ລີບັງ-ອິດສະຣາແອັນ ເຫັນດີເຈລະຈາກ່ຽວກັບການຂັດແຍ້ງຢູ່ເຂດຊາຍແດນ
(VOVWORLD) -ປະເທດນີ້ ແລະ ອິດສະຣາແອັນ ໄດ້ເຫັນດີກ່ຽວກັບກອບການເຈລະຈາເພື່ອແນໃສ່ຢຸດຕິການຂັດແຍ້ງກັນຢູ່ເຂດຊາຍແດນທີ່ແກ່ຍາວມາເປັນເວລາຫຼາຍທົດສະວັດ
ທ່ານປະທານສະພາແຫ່ງຊາດລີບັງ Nabih Berri
(ພາບ: Bilal Hussein/AP)
|
ວັນທີ 01 ຕຸລາ, ທ່ານປະທານສະພາແຫ່ງຊາດລີບັງ Nabih Berri ໃຫ້ຮູ້ວ່າ, ປະເທດນີ້ ແລະ ອິດສະຣາແອັນ ໄດ້ເຫັນດີກ່ຽວກັບກອບການເຈລະຈາເພື່ອແນໃສ່ຢຸດຕິການຂັດແຍ້ງກັນຢູ່ເຂດຊາຍແດນທີ່ແກ່ຍາວມາເປັນເວລາຫຼາຍທົດສະວັດລະຫວ່າງ 2 ປະເທດ ກ່ຽວກັບທາງດ້ານທິດສະດີແມ່ນຍັງຢູ່ໃນສະພາບສົງຄາມ.
ກ່າວຄຳເຫັນທີ່ການປະຊຸມຂ່າວ, ທ່ານ Nabih Berri ໄດ້ແຈ້ງໃຫ້ຊາບວ່າ ການເຈລະຈາຈະໄດ້ດຳເນີນຢູ່ເທດສະບານເຂດຊາຍແດນ Naqoura, ທາງພາກໃຕ້ລີບັງ, ພາຍໃຕ້ການອຸປະຖຳຂອງສະຫະປະຊາຊາດ ແລະ ອາເມລິກາ ຈະຊຸກຍູ້ໃຫ້ບັນລຸໄດ້ຂໍ້ຕົກລົງເທົ່າທີ່ຈະທີ່ໄວໄດ້. ຕາມທ່ານ Nabih Berri ແລ້ວ, ກອງທັບຈະນຳໜ້າຄະນະຜູ້ແທນຂອງລີບັງ.
ແລະກໍ່ໃນວັນດຽວກັນ, ທ່ານລັດຖະມົນຕີກະຊວງພະລັງງານອິດສະຣາແອັນ Yuval Steinitz ກໍ່ແຈ້ງໃຫ້ຊາບວ່າ, ປະເທດນີ້ ແລະ ລີບັງ ຈະດຳເນີນການເຈລະຈາໂດຍອາເມລິກາ ເປັນຄົນກາງໄກ່ເກ່ຍ ເພື່ອສິ້ນສຸດການຂັດແຍ້ງກັນຢູ່ເຂດຊາຍແດນ.