ລະດົມບັນດາແຫຼ່ງກຳລັງເພືຶ່ອປະຕິບັດບັນດາເປົ້າໝາຍພັດທະນາແບບຍືນຍົງ

(VOVWORLD) - ຕອນເຊົ້າວັນທີ 13/5, ຢູ່ນະຄອນໂຮ່ຈິມິນ, ກອງປະຊຸມຫົວເລື່ອງຂອງສະຫະພັນລັດຖະສະພາສາກົນພາກພື້ນອາຊີ-ປາຊີຟິກດ້ວຍຫົວເລື່ອງ “ ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ - ການກະທຳຂອງບັນດານັກສ້າງກົດໝາຍ” 
    ລະດົມບັນດາແຫຼ່ງກຳລັງເພືຶ່ອປະຕິບັດບັນດາເປົ້າໝາຍພັດທະນາແບບຍືນຍົງ - ảnh 1ກອງປະຊຸມຫົວເລື່ອງຂອງສະຫະພັນລັດຖະສະພາສາກົນພາກພື້ນອາຊີ-ປາຊີຟິກດ້ວຍຫົວເລື່ອງ “ ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ - ການກະທຳຂອງບັນດານັກສ້າງກົດໝາຍ” 

 ກອງປະຊຸມຫົວເລື່ອງຂອງສະຫະພັນລັດຖະສະພາສາກົນພາກພື້ນອາຊີ-ປາຊີຟິກດ້ວຍຫົວເລື່ອງ “ ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ - ການກະທຳຂອງບັນດານັກສ້າງກົດໝາຍ” ແນໃສ່ບັນລຸບັນດາເປົ້າໝາຍພັດທະນາແບບຍືນຍົງ ໄດ້ດຳເນີນວາລະປຶກສາຫາລືຄົບຄະນະເພື່ອປຶກສາຫາລືມາດຕະການລະດົມບັນດາແຫຼ່ງກຳລັງເພືຶ່ອປະຕິບັດບັນດາເປົ້າໝາຍນີ້. ທ່ານນາງ ຫງວຽນທິຮົ່ງ ຮອງຜູ້ວ່າການທະນາຄານແຫ່ງລັດຫວຽດນາມ ໃຫ້ຮູ້ວ່າ : 

   “ທະນາຄານແຫ່ງລັດຫວຽດນາມຍາມໃດກໍເປັນເຈົ້າການ ແລະ ສ້າງຫຼາຍໂຄງການ, ມາດຕະການເປັນເສນາທິການແກ່ລັດຖະບານເພື່ອມຸ່ງໄປສູ່ການພັດທະນາແບບຍືນຍົງ. ສຳລັບຫວຽດນາມແລ້ວ, ມີ 2/3 ພົນລະເມືອງທີ່ດຳລົງຊີວິດຢູ່ເຂດຜະລິດກະສີກຳ, ຊົນນະບົດ ແລະ ຫຼາຍຄົນດຳລົງຊີວີດຢູ່ເຂດຫ່າງໄກສອກຫຼີກ, ດັ່ງນັ້ນ ລັດຖະບານຄວນມີຫຼາຍມາດຕະການເອົາໃຈໃສ່ເຖິງນະໂຍບາຍບຸລິມະສິດເຊື່ອ ”

ຕອບກັບ

ຂ່າວ/ບົດ​ອື່ນ