ລະດົມແຫຼ່ງກຳລັງພັດທະນາເຂດທົ່ງພຽງແມ່ນ້ຳຂອງ
(ທ່ານ ເວືອງດິ່ງເຫ້ວ ຮອງນາຍົກລັດຖະມົນຕີ
ກ່າວຄຳເຫັນທີ່ກອງປະຊຸມ)
(vovworld) – ໃນຕອນເຊົ້າວັນທີ 22/8, ຢູ່ນະຄອນເກີ່ນເທີ, ທ່ານເວືອງດິ່ງເຫ້ວ ຮອງນາຍົກລັດຖະມົນຕີ, ຫົວໜ້າຄະນະຊີ້ນຳເຂດທິດຕາເວັນຕົກພາກໃຕ້ ເປັນປະທານກອງປະຊຸມ ໃນຫົວເລື່ອງ “ລະດົມແຫຼ່ງກຳລັງພັດທະນາພື້ນຖານໂຄງລ່າງຄົມມະນາຄົມ ແລະ ລະບົບ logistics ເຂດທົ່ງພຽງແມ່ນ້ຳຂອງ”.
ທ່ານ ເວືອງດິ່ງເຫ້ວ ຮອງນາຍົກລັດຖະມົນຕີ ໃຫ້ຮູ້ວ່າ: ກອງປະຊຸມຄັ້ງນີ້ກໍ່ໄດ້ວາງວິທີການລົງທຶນຄົມມະນາຄົມຂົນສົ່ງ ແລະ logistics ໃຫ້ແກ່ເຂດ. ທ່ານເວືອງດິ່ງເຫ້ວ ຮອງນາຍົກລັດຖະມົນຕີ ປາດຖະໜາວ່າ: ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ ແລະ ບັນດານັກລົງທຶນປະກອບຄຳເຫັນກ່ຽວກັບບັນດາກົນໄກ, ນະໂຍບາຍ ເພື່ອເສີມຂະຫຍາຍປະສິດທິຜົນແຫຼ່ງກຳລັງໃຫ້ແກ່ການພັດທະນາພື້ນຖານໂຄງລ່າງຂອງຂົງເຂດ.
ພາຍຫຼັງກອງປະຊຸມນີ້, ບັນດາອົງການຈະສະເໜີຕໍ່ລັດຖະບານ ກ່ຽວກັບແຜນການ ແລະ ມາດຕະການພັດທະນາຄົມມະນາຄົມ ແລະ ບໍລິການ logistics ທົ່ວເຂດທົ່ງພຽງແມ່ນ້ຳຂອງ ເພື່ອໃຫ້ລັດຖະບານຈັດສັນແຫຼ່ງກຳລັງໃສ່ແຜນການລົງທຶນຂອງລັດ ໄລຍະກາງ.