ພາບປະກອບ:internet
|
(vovworld)-ທີ່ນັດຕິດຕໍ່ຄ້າຂາຍໃນວັນທີ 17/12, ລາຄານ້ຳມັນບໍ່ຢູ່ຕະຫລາດໂລກເພີ່ມຂຶ້ນເລັກນ້ອຍຄືນໃຫມ່ ພາຍຫລັງລຸດລົງລະດັບຕ່ຳສະຖິຕິໃນກວ່າ 5 ປີຜ່ານມາ. ລາຄານ້ຳມັນບໍ່ເພີ່ມຂຶ້ນເລັກນ້ອຍ ພາຍຫລັງ ກະຊວງການເງິນລັດເຊຍ ຕົກລົງຂາຍເງິນຕາຕ່າງປະເທດສະສົມຂອງປະເທດນີ້ອອກສູ່ຕະຫລາດ ຕໍ່ຫນ້າຄວາມວິຕົກກັງວົນວ່າ ສະກຸນເງິນ Rubles ຂອງລັດເຊຍຕົກລາຄາ. ເຖິງຢ່າງໃດກໍຕາມ, ບັນດານັກເສດຖະກິດກໍມີຄວາມວິຕົກກັງວົນວ່າ ແຫລ່ງສະຫນອງເຫລືອ ແລະ ຄວາມຕ້ອງການໃຊ້ສອຍໃນຕະຫລາດຫນ້ອຍ ແມ່ນເລີ່ມຈາກທ່າອ່ຽງພັດທະນາຢ່າງຊັກຊ້າຂອງບັນດາພື້ນຖານເສດຖະກິດໃຫຍ່ຢູ່ ເອີລົບ ແລະ ອາຊີ ສືບຕໍ່ສົ່ງຜົນສະທ້ອນເຖິງຕະຫລາດນ້ຳມັນບໍ່ ແລະ ການເພີ່ມລາຄານ້ຳມັນໃນຄັ້ງນີ້ ອາດຈະຮັກສາໄດ້ໃນໄລຍະສັ້ນ.