ລາຍການພົບປະແລກປ່ຽນ,ສະແດງສິລະປະ“ລະດູບານໃຫມ່ຢູ່ເຈືອງຊາປີ2015”
ລາຍການສະແດງສີລະປະ "ລະດູບານໃຫມ່ຢູ່ ເຈື່ອງຊາ"
ພາບ:TTXVN
|
(vovworld)- ລາຍການພົບປະແລກປ່ຽນ,ສະແດງສິລະປະ “ລະດູບານໃຫມ່ຢູ່ເຈື່ອງຊາ” ປີ 2015 ໂດຍສື່ເອເລັກໂຕນິກພັກກອມມູນິດຫວຽດນາມ ຈັດຕັ້ງໃນຕອນຄ່ຳວັນທີ 28/2 ຢູ່ ຮ່າໂນ້ຍ ໄດ້ນຳມາໃຫ້ຜູ້ຊົມບັນດາຮູບພາບຂອງທະຫານ ແລະ ປະຊາຊົນ ຢູ່ ໝູ່ເກາະເຈື່ອງຊາຕ້ອນຮັບລະດູບານໃຫມ່ປີມະແມ, ຊີວິດປະຈຳວັນ ແລະ ການປ່ຽນແປງຂອງ ເຈືອງຊາໃນຊຸມປີມໍ່ໆມານີ້. ພັນເອກ ຫງວຽນຟອງແກ໋ງ, ຮອງຫົວຫນ້າການເມືອງເຫລົ່າທັບເຮືອໃຫ້ຮູ້ວ່າ:
“ເຈື່ອງຊາ ປະຈຸບັນ ໄດ້ມີຫໍວັດທະນະທຳ, ໄປສະນີ, ໂຮງຮຽນ, ສຸກສາລາ, ລະບົບໄຟຟ້າເຍືອງທາງ, ເຂດອະນຸສອນສະຖານປະທານໂຮ່ຈິມີນ ແລະ ພິເສດມີຄື້ນໂທລະສັບມືຖື. ໂດຍໄດ້ຮັບຄວາມເອົາໃຈໃສ່ຈາກຂັ້ນເທິງ ແລະ ຄວາມມານະພະຍາຍາມຂອງເຫລົ່າທັບເຮືອ ແລະ ບັນດາຫົວຫນ່ວຍ, ບຸນເຕັດປີມະແມຜ່ານມາ ພວກຂ້າພະເຈົ້າໄດ້ຮັບປະກັນໃຫ້ພະນັກງານ, ນັກຮົບຢູ່ໝູ່ເກາະ ເຈື່ອງຊາ, ຮ້ານ ຍາມ DK1 ໄດ້ຕ້ອນຮັບບຸນເຕັດຢ່າງອົບອຸ່ນນັບທັງທາງດ້ານວັດຖຸ ແລະ ຈິດໃຈ.”