ຕອນຄຳ່ວັນທີ 31/12 ຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ໄດ້ສົມທົບກັບໂທລະພາບຫວຽດນາມ ຈັດຕັ້ງລາຍການຖ່າຍທອດສົດ ຢູ່ 2 ນະຄອນ ຄື: ນະຄອນ ຮ່າໂນ້ຍ ແລະ ນະຄອນ ໂຮ່ຈິມີນພາຍໃຕ້ຫົວເລື່ອງວ່າ: ຮ່ວມແຮງຮ່ວມໃຈເພື່ອຄົນທຸກຍາກ . ນີ້ແມ່ນເຫດການຖືກຈັດຂຶ້ນປະຈຳປີໃນໂອກາດທ້າຍປີ ເພື່ອບໍລິຈາກເງິນສະຫນັບສະຫນູນຜູ້ທຸກຍາກ ສະແດງໃຫ້ເຫັນນ້ຳໃຈອຸ້ມຊຸຊ່ວຍເຫລືອຂອງຊາດຫວຽດນາມ. ກ່າວຄຳເຫັນໃນສະຖານທີ່ຢູ່ນະຄອນ ຮ່າໂນ້ຍ, ທ່ານປະທານສະພາແຫ່ງຊາດຫວຽດນາມ ຫງວຽນຊິງຮູ່ງໄດ້ເນັ້ນຫນັກວ່າ:
“ພວກເຮົາຊົມເຊີຍ ແລະ ຂອບອົກຂອບໃຈປະຊາຊົນຫວຽດນາມ ຢູ່ພາຍໃນ ແລະ ຕ່າງປະເທດ, ບັນດາຂັ້ນ ຂະແຫນງການ ແລະ ພິເສດແມ່ນບັນດານັກທຸລະກິດ, ວິສາຫະກິດ ໄດ້ຕອບສະຫນອງ “ວັນເພື່ອຄົນທຸກຍາກ“, ເພື່ອພາລະກິດມະຫາສາມັກຄີທົ່ວປວງຊົນທັງຊາດ ແລະ ສ້າງສາອະນາຄົດຂອງປະເທດຊາດ.“
ທີ່ລາຍການດັ່ງກ່າວ, ບັນດາທ້ອງຖິ່ນ, ອົງການຈັດຕັ້ງ, ວິສາຫະກິດ, ສ່ວນບຸກຄົນ ໄດ້ຈົດທະບຽນບໍລິຈາກເງິນຂຶ້ນເຖິງ 6.600 ຕຶ້ດົ່ງ ເພື່ອສະຫນັບສະຫນູນຜູ້ທຸກຍາກ.