ວິກິດການຢູ່ຊີຣີ
(ພາບ:hanoimoi.com.vn)
(TTX)- ວິກິດການຢູ່ຊີຣີ ມີສັນຍານຂ້າມເຂດຊາຍແດນປະເທດນີ້ ພາຍຫຼັງສອງປະເທດບ້ານໃກ້ເຮືອນຄຽງຕວກກີ ແລະ ຊີຣີ ໄດ້ໃຊ້ກຳລັງໄຟໂຕ້ຕອບກັນໃນ 3 ວັນຢ່າງລຽນຕິດ. ວັນທີ 5/10, ຕວກກີ ໄດ້ຍິງປືນໂຕ້ຕອບພາຍຫຼັງຊີຣີ ໄດ້ຍິງລູກປືນໃຫ່ຍເຂົ້າເຂດດິນແດນປະເທດນີ້ຢູ່ມໍ່ກັບເຂດຊາຍແດນຮ່ວມລະຫວ່າງສອງປະເທດ. ເຫດການດັ່ງກ່າວ ໄດ້ເກີດຂຶ້ນພຽງ 2 ວັນທີ່ຊີຣີ ຍິງລູກປືນໃຫ່ຍຜ່ານເຂດຊາຍແດນ ຊື່ງເຮັດໃຫ້ສາມັນຊົນຕວກກີ 5 ຄົນເສຍຊີວິດ. ກ່ອນໜ້ານັ້ນ, ທ່ານນາຍົກລັດຖະມົນຕີຕວກກີ Recep Tayyip Erdogan ກ່າວເຕືອນວ່າ: ຊີຣີ ຈະຖືກແກ້ແຄ້ນຖ້າທຳການບຸກໂຈມຕີຄັ້ງຕໍ່ໄປ. ໃນສະພາບການໂລກມີຄວາມວິຕົກກັງວົນວ່າ ການສູ້ຮົບຢູ່ຊີຣີ ຈະແຜ່ຂະຫຍາຍອອກສູ່ບັນດາປະເທດບ້ານໃກ້ເຮືອນຄຽງ, ທ່ານເລຂາທິການໃຫ່ຍ ສປຊ ບານກີມູນ ໄດ້ສະແດງໃຫ້ເຫັນຄວາມວິຕົກກັງວົນກ່ຽວກັບສະພາບບັນດາການກະທຳແຂງກ້າປີນຂັ້ນໄດ ແລະ ຮຽກຮ້ອງໃຫ້ປະເທດຕ່າງໆຈົ່ງພະຍາຍາມລະງັບໃຈ.