ວົງການເຈົ້າໜ້າທີ່ ຟິລິບປິນ ຢັ້ງຢືນການຄວບຄຸມສະພາບການ Mindanao ຢ່າງເຂັ້ມງວດ

(VOVWORLD) - AFP ຍັງພວມຄວບຄຸມຢ່າງເຂັ້ມງວດ ແລະ ກວດສອບຂໍ້ມູນຂ່າວທີ່ກ່ຽວຂ້ອງເຖິງບໍ່ວ່າການກະທຳໃດໆຂອງບັນດາເປົ້າໝາຍກໍ່ການຮ້າຍ

ວົງການເຈົ້າໜ້າທີ່ ຟິລິບປິນ ຢັ້ງຢືນການຄວບຄຸມສະພາບການ Mindanao ຢ່າງເຂັ້ມງວດ - ảnh 1ທະຫານຟີລິບປິນ ລາດຕາເວັນຢູ່ Marawi, Mindanao ໃນວັນທີ 22/7/2017.

(ພາບ: AFP/TTXVN )

ວັນທີ 26 ກຸມພາ, ວົງການເຈົ້າໜ້າທີ່ ຟີລິບປິນ ຢັ້ງຢືນວ່າ ໄດ້ຮັບຊາບກ່ຽວກັບກົນອຸບາຍດຳເນີນການບຸກໂຈມຕີກໍ່ການຮ້າຍຄັ້ງໜຶ່ງຢູ່ທາງພາກໃຕ້ຂອງປະເທດນີ້ ແລະ ພວມຄວບຄຸມສະພາບການ. ທ່ານ Bienvinido Datuin, ໂຄສົກຂອງກຳລັງປະກອບອາວຸດ ຟີລິບປິນ (AFP) ໃຫ້ຮູ້ວ່າ: AFP ຍັງພວມຄວບຄຸມຢ່າງເຂັ້ມງວດ ແລະ ກວດສອບຂໍ້ມູນຂ່າວທີ່ກ່ຽວຂ້ອງເຖິງບໍ່ວ່າການກະທຳໃດໆຂອງບັນດາເປົ້າໝາຍກໍ່ການຮ້າຍ. ນອກນັ້ນ, AFP ກໍ່ພວມຮັກສາການສົມທົບກັບບັນດາຄູ່ຮ່ວມມືສາກົນ ແລະ ທ້ອງຖິ່ນຢ່າງຕໍ່ເນື່ອງ ເພື່ອແນໃສ່ຮັບມືກັບບັນດາໄພນາບຂູ່ຈາກບັນດາອົງການກໍ່ການຮ້າຍ. ເຈົ້າໜ້າທີ່ຜູ້ນີ້ໃຫ້ຮູ້ວ່າ ສຸດຈຸມທີ່ສຳຄັນໃນປະຈຸບັນບໍ່ພຽງແຕ່ແມ່ນການຮັບມືກັບບັນດາພາກສ່ວນປະກອບອາວຸດເທົ່ານັ້ນ ຫາກຍັງແມ່ນບັນດາແຫຼ່ງການເງິນ ແລະ ແຫຼ່ງໜູນຊ່ວຍໃຫ້ບັນດາອົງການກໍ່ການຮ້າຍມາອີກ. ຕາມທ່ານ Datuin ແລ້ວ, ພວກກໍ່ການຮ້າຍຈະຊອກຫາ ແລະ ສວຍໃຊ້ບັນດາຊ່ອງຫວ່າງຂອງບັນດາມາດຕະການຄວາມໝັ້ນຄົງ ເຊິ່ງບັນດາປະເທດໄດ້ຈັດວາງນຳໃຊ້. ວົງການເຈົ້າໜ້າທີ່ ຟີລິບປິນ ພວມຮຽກຮ້ອງໃຫ້ປະຊາຊົນຮ່ວມມືກັບບັນດາຄວາມມານະພະຍາຍາມຕ້ານກໍ່ການຮ້າຍຂອງລັດຖະບານ.

ຕອບກັບ

ຂ່າວ/ບົດ​ອື່ນ