ວົງເງິນສົ່ງອອກຜະລິດຕະພັນກະເສດ, ເຄື່ອງປ່າຂອງດົງ, ສິນໃນນ້ຳ ໃນ 5 ເດືອນຜ່ານມາບັນລຸ 13,7 ຕື້ USD

(VOVWORLD) - ກະຊວງກະສິກຳ ແລະ ພັດທະນາຊົນນະບົດໃຫ້ຮູ້ວ່າ: ວົງເງິນສົ່ງອອກຜະລິດຕະພັນກະເສດ, ເຄື່ອງປ່າຂອງດົງ, ສິນໃນນ້ຳໃນເດືອນ ພຶດສະພາ ຂອງ ຫວຽດນາມ ຄາດວ່າບັນລຸ 2,8 ຕື້ USD, ນຳຍອດມູນຄ່າສົ່ງອອກໃນ 5 ເດືອນຕົ້ນປີບັນລຸ 13,7 ຕື້ USD, ເພີ່ມຂຶ້ນ 9,5% ເມື່ອທຽບໃສ່ໄລຍະດຽວປີ 2016
ວົງເງິນສົ່ງອອກຜະລິດຕະພັນກະເສດ, ເຄື່ອງປ່າຂອງດົງ, ສິນໃນນ້ຳ ໃນ 5 ເດືອນຜ່ານມາບັນລຸ 13,7 ຕື້ USD - ảnh 1 (ພາບປະກອບ)

ສິ່ງທີ່ເປັນໜ້າສົນໃຈແມ່ນ, ນີ້ເປັນຄັ້ງທຳອິດຂະແໜງເຂົ້າສານ ມີການເພີ່ມຂຶ້ນກ່ຽວກັບປະລິມານການຜະລິດ ແລະ ມູນຄ່າ ພາຍຫລັງມີການຫລຸດລົງຢ່າງລຽນຕິດເປັນໄລຍະຍາວ. ຄຽງຂ້າງນັ້ນ, ຂະແໜງຜັກໝາກໄມ້ສືບຕໍ່ຮັກສາລະດັບການເຕີບໂຕສູງ. ຈີນ, ອາເມລິກາ, ຍີ່ປຸ່ນ ແລະ ສ.ເກົາຫຼີ ແມ່ນ 4 ຕະຫລາດນຳເຂົ້າແຖວໜ້າຂອງຂະແໜງຜັກໝາກໄມ້ ຫວຽດນາມ ໃນ 5 ເດືອນຕົ້ນປີນີ້.

ຕອບກັບ

ຂ່າວ/ບົດ​ອື່ນ