ວົງເງິນສົ່ງອອກສິນຄ້າຂອງຫວຽດນາມ ໄປສິງກະໂປ ເພີ່ມຂຶ້ນແຮງ
(ພາບ: cafef.vn)
(vovworld)- ໃນໄຕມາດທີ 1 ປີ 2013, ວົງເງິນສົ່ງອອກສິນຄ້າຂອງຫວຽດນາມໄປສິງກະໂປ ບັນລຸປະມານ 554 ລ້ານໂດລາສະຫະລັດ. ກົມການຄ້າສະຖານທູດຫວຽດນາມ ປະຈຳສິງກະໂປ ໃຫ້ຂໍ້ສັງເກດວ່າ: ໃນໄຕມາດທີ 1 ປີ 2013, ວົງເງິນນຳເຂົ້າສິນຄ້າຂອງສິງກະໂປ ຈາກທຸກໆຕະຫຼາດໃນໂລກໄດ້ຫລຸດລົງ 9% ແຕ່ວົງເງິນສິນຄ້າຫວຽດນາມ ນຳເຂົ້າສິງກະໂປ ພັດບັນລຸ 30% ນີ້ແມ່ນໝາກຜົນອັນຕັ້ງໜ້າ. ບັນດາປະເພດສິນຄ້າສົ່ງອອກຕົ້ນຕໍຂອງຫວຽດນາມ ເຂົ້າສິງກະໂປ ແມ່ນໂທລະສັບ ແລະ ເຄື່ອງອາໄຫລ່, ນ້ຳມັນດິບ, ບັນດາປະລິດຕະພັນຈາກແກ້ວ, ເຄື່ອງຈັກ, ອຸປະກອນ…ສອງໝວດສິນຄ້າມີວົງເງິນສົ່ງອອກລື່ນກາຍ 100 ລ້ານໂດລາສິງກະໂປ ໃນໄຕມາດຕົ້ນປີແມ່ນໂທລະສັບ ແລະ ເຄື່ອງອາໄຫລ່ໂທລະສັບ; ເຄື່ອງຈັກ, ອຸປະກອນ.