ວິທະຍາສາດແລະເຕັກໂນໂລຢີແມ່ນປັດໃຈສຳຄັນໃຫ້ຫວຽດນາມພັດທະນາໄວ, ໝັ້ນຄົງ

ວິທະຍາສາດແລະເຕັກໂນໂລຢີແມ່ນປັດໃຈສຳຄັນໃຫ້ຫວຽດນາມພັດທະນາໄວ, ໝັ້ນຄົງ - ảnh 1
(ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕິ໋ນຢຸງ)

(vovworld) - ຕອນ​ບ່າວ​ວັນ​ທີ 26/5, ຢູ່​ສຳນັກງານ​ລັດຖະບານ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕິ໋ນຢຸງ ​ໄດ້​ມີ​ການ​ພົບ​ປະ​ກັບ​ຜູ້ຕາງໜ້າ​ບັນດາປັນຍາ​ຊົນ​ໃນ​ສະຫະພັນບັນດາ​ສະມາຄົມ​ວິທະຍາສາດ ​ເຕັກນິກ​ຫວຽດນາມ. ກ່າວຄວາມ​ເຫັນ​ຢູ່​ທີ​ນີ້, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕິ໋ນຢຸງ ​ເນັ້ນ​ໜັກ​ວ່າ: ວິ​ທະຍາ​ສາດ​ແລະ​ເຕັກ​ໂນ​ໂລ​ຢີ​ແມ່ນ​ປັດ​​ໃຈ​ສຳຄັນ​ເພື່ອ​ໃຫ້​ຫວຽດນາມ​ພັດທະນາ​ຢ່າງໄວ ​ແລະ ໝັ້ນຄົງ, ຍົກ​ສູງ​ສະມັດ​ຕະພາບ​ແຮງ​ງານ, ກຳລັງ​ແກ່ງ​ແຍ້​ງຂອງ​ພື້ນຖານ​ເສດຖະກິດ ​ແລະ ຄວາມຮຽກຮ້ອງ​ປົກ​ປັກ​ຮັກສາ​ປະ​ເທດ​ຊາດ​ໃນ​ສະພາບ​ການ​ໃໝ່. ທ່ານ​ນາຍົກລັດຖະມົນຕີສະ​ເໜີ​ໃຫ້ສະຫະພັນບັນດາ​ສະມາຄົມ​ວິທະຍາສາດ ​ເຕັກນິກ​ຫວຽດນາມ ສືບ​ຕໍ່​ປັບປຸງ​ການ​ກໍ່ສ້າງ​ລະບົບ, ​ເຕົ້າ​ໂຮມ​ຄວາມ​ສາມັກຄີ, ສົ່ງ​ເສີມ ​ແລະ ພັດທະນາ​ພູມ​ປັນຍາ, ຫົວຄິດ​ປະດິ​ດສ້າງ​ຂອງ​ສະມາຊິກ​ສະມາຄົມ ​ແລະ ຖັນ​ແຖວ​ປັນຍາ​ຊົນ​ຢູ່​ພາຍ​ໃນ ​ແລະ ຕ່າງປະ​ເທດ​ເຂົ້າ​ໃນ​ພາລະກິດ​ກໍ່ສ້າງ ​ແລະ ປົກ​ປັກ​ຮັກສາ​ປະ​ເທດ​ຊາດ. ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕິ໋ນຢຸງ ຢືນຢັນ​ວ່າ: ລັດຖະບານ​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ ​ແລະ ສ້າງ​ທຸກ​ເງື່ອນ​ໄຂ​ສະດວກ ​ເພື່ອ​ໃຫ້​ບັນດາ​ນັກວິທະຍາສາດ, ຖັນ​ແຖວ​ປັນຍາ​ຊົນ ​ແລະ ສະມາຄົມ​ວິທະຍາສາດ ​ເຕັກນິກ​ຫວຽດນາມ ສືບ​ຕໍ່​ປະຕິບັດ​ສຳ​ເລັດ​ບັນດາໜ້າ​ທີ່​ທີ່​ໄດ້​ຮັບ​ມອບ​ໝາຍ, ປະກອບສ່ວນ​ຢ່າງ​ແທດ​ຈິງ​ເຂົ້າ​ໃນ​ວິວັດ​ການ​ສ້າງສາ ​ແລະ ພັດທະນາ​ປະ​ເທດ​ຊາດ.

ຂ່າວ/ບົດ​ອື່ນ