ວັນ ຫວຽດນາມ ກັບນັກການທູດໃນອະນາຄົດຢູ່ສະຫະພັນ ລັດເຊຍ

(VOVWORLD) -ວັນທີ 05 ເມສາ, ທີ່ມະຫາວິທະຍາໄລພົວພັນສາກົນ ມົດສະກູ (MGIMO) ໄດ້ດຳເນີນວັນ ຫວຽດນາມ ດ້ວຍຫົວຂໍ້ວ່າ “ຊາວໜຸ່ມສະຕະວັດທີ 21”.
ວັນ ຫວຽດນາມ ກັບນັກການທູດໃນອະນາຄົດຢູ່ສະຫະພັນ ລັດເຊຍ - ảnh 1ລາຍການວາງສະແດງສີລະປະ ພາບ: TTXVN

ເຫດການເປີດສາກແມ່ນການໂອ້ລົມສົນທະນາກ່ຽວກັບ “ບົດບາດຂອງຊາວໜຸ່ມໃນການຊຸກຍູ້ສາຍພົວພັນ ລັດເຊຍ - ຫວຽດນາມ”, ບັນດາການເຄື່ອນໄຫວອື່ນໆລວມມີ ງານຕະຫລາດນັດເຄືຶ່ອງທີ່ລະນຶກ ດ້ວຍບັນດາປະເພດສິນຄ້າສິລະປະຫັດຖະກຳຂອງ ຫວຽດນາມ; ງານວາງສະແດງ “ຫວຽດນາມ ຜ່ານແງ່ມູມຂອງຊາວໜຸ່ມ”…ເພື່ອນ ຫງວຽນຮ່ວຽນຈາງ ນັກສຶກສາຄົ້ນຄວ້າປີ 1 - ພະແນກສື່ມວນຊົນສາກົນ, ສະຖາບັນພົວພັນສາກົນມົດສະກູໃຫ້ຮູ້ວ່າ:

        “ປີນີ້ ແມ່ນປີທີ 4 ທີ່ຈັດຕັ້ງວັນ ຫວຽດນາມ ຢູ່ MGIMO. ພວກນ້ອງຢາກຮັກສາລະບຽບແບບແຜນ ຢາກສ້າງຄວາມໜຸ່ມແໜ້ນໃຫ້ລາຍການ, ດັ່ງນັ້ນ ຈຶ່ງເລືອກເອົາຫົວເລື່ອງ “ຊາວໜຸ່ມສະຕະວັດທີ 21”. ປີ 2018 ຂອງ ລັດເຊຍ ກໍ່ແມ່ນປີອາສາສະໝັກ ເຊິ່ງມີກຳລັງໃຫຍ່ຫລວງທີ່ສຸດ ແມ່ນຄົນໜຸ່ມ. ເພາະສະນັ້ນ, ພວກນ້ອງປາດຖະໜາວ່າ ຜ່ານລາຍການນີ້ ຈະສະແດງໃຫ້ເຫັນກຳລັງໜຸ່ມແໜ້ນຂອງຕົນຄືແນວໃດ, ການເຄື່ອນໄຫວຂອງໄວໜຸ່ມເປັນແນວໃດ, ວັດທະນະທຳຄືແນວໃດ”.

        ທີ່ເຫດການດັ່ງກ່າວ ຍັງມີລາຍການແນະນຳວັດທະນະທຳອາຫານການກິນຂອງ ຫວຽດນາມ ເຖິງນັກສຶກສາສາກົນອີກດ້ວຍ.

ຕອບກັບ

ຂ່າວ/ບົດ​ອື່ນ