ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢູງ ກ່າວຄຳເຫັນທີ່ພິທີ
ພາບ:TTXVN
|
(vovworld)- ພິທີຕອບສະຫນອງວັນກົດໝາຍປີ2015 ດ້ວຍຫົວຂໍ້ “ປະຕິບັດລັດຖະທຳມະນູນ ແລະ ກົດໝາຍ ປະກອບສ່ວນສ້າງລັດແຫ່ງອຳນາດນິຕິບັນຍັດສັງຄົມນິຍົມ, ປົກປ້ອງສິດທິມະນຸດ, ສິດ ແລະ ພັນທະພື້ນຖານຂອງພົນລະເມືອງ” ໂດຍກະຊວງຍຸຕິທຳ ສົມທົບກັບຄະນະກຳມະການປະຊາຊົນນະຄອນ ຮ່າໂນ້ຍ ຈັດຕັ້ງ ໃນຕອນຄ່ຳວັນທີ 9/11 ຢູ່ ຮ່າໂນ້ຍ. ກ່າວຄຳເຫັນນະພິທີ, ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢູງ ຢືນຢັນ: ວັນກົດໝາຍໄດ້ເຂົ້າສູ່ຊີວິດເທື່ອລະກ້າວ, ກາຍເປັນເຫດການການເມືອງ - ນິຕິກຳສຳຄັນ, ປະກອບສ່ວນຢ່າງຕັ້ງຫນ້າເຂົ້າໃນຜົນງານແຫ່ງການພັດທະນາເສດຖະກິດ ສັງຄົມຂອງປະເທດຊາດ. ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢູງ ສະເຫນີວ່າ:
“ທົບທວນຄືນໄລຍະເກືອບ 30 ປີແຫ່ງການປ່ຽນໃຫມ່, ບັນດາບາດກ້າວພັດທະນາກະໂດດຂັ້ນຂອງຫວຽດນາມ ລ້ວນແຕ່ຕິດພັນກັບບັນດາການປ່ຽນໃຫມ່ ມີລັກສະນະຕັດສິນກ່ຽວກັບລະບອບນະໂຍບາຍ ຊື່ງເນື້ອແທ້ແມ່ນ ເພີ່ມທະວີປະຊາທິປະໄຕ, ຮັບປະກັນປະຊາທິປະໄຕ. ພວກເຮົາຕ້ອງຕັ້ງຫນ້າກວ່າໃນການປັບປຸງລະບອບເສດຖະກິດການຕະຫລາດ ແລະ ລັດແຫ່ງອຳນາດນິຕິບັນຍັດສັງຄົມນິຍົມໃຫ້ສົມບູນແບບ, ປະຕິຮູບນິຕິບັນຍັດ, ປະຕິຮູບຕຸລາການ, ປະຕິຮູບດ້ານບໍລິຫານ ແລະ ຍູ້ແຮງການຜັນຂະຫຍາຍປະຕິບັດລັດຖະທຳມະນູນປີ 2013, ຮັບປະກັນປະຊາທິປະໄຕ, ອຳນາດນິຕິບັນຍັດ, ຮັບປະກັນສິດທິມະນຸດ, ສິດຂອງພົນລະເມືອງ.”