“ວັນກິລາອາຊຽນ”ຢູ່ສະຫະພັນລັດເຊຍ

“ວັນກິລາອາຊຽນ”ຢູ່ສະຫະພັນລັດເຊຍ - ảnh 1
ການ​ແຂ່ງ​ຂັນ​ກິ​ລາ​ໃນ​ລາຍ​ການ

(vovworld) – ​​ວັນ​ທີ 11/10, ສະ​ຖານ​ທູດ ຫວຽດ​ນາມ ປະ​ຈຳ ສະ​ຫະ​ພັນ ລັດ​ເຊຍ ແລະ ສະ​ມາ​ຄົມ​ຊາວ ຫວຽດ​ນາມ ອາ​ໄສ​ຢ​ູ່​ສະ​ຫະ​ພັນ ລັດ​ເຊຍ ໄດ້​ຈັດ​ຕັ້ງ “ວັນ​ກິ​ລາ ອາ​ຊຽນ” ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ​ທັງ​ໝົດ​ພະ​ນັກ​ງານ, ລັດ​ຖະ​ກອນ​ສະ​ຖານ​ທູດ 10 ປະ​ເທດ ອາ​ຊຽນ ປະ​ຈຳ ສະ​ຫະ​ພັນ​ລັດ​ເຊຍ. ນີ້​ແມ່ນ​ການ​ເຄື່ອນ​ໄຫວ​ສິ້ນ​ສຸດ​ອາ​ຍຸ​ການ​ເປັນ​ປະ​ທານ​ຄະ​ນະ​ກຳ​ມະ​ການ ອາ​ຊ​ຽນ - ມົດ​ສ​ກູ ຂອງ​ສະ​ຖານ​ທູດ ຫວຽດ​ນາມ ປະ​ຈຳ ສະ​ຫະ​ພັນ ລັດ​ເຊຍ ແລະ ນາມ​ມະ​ຍົດ​ນີ້​ໄດ້​ມອບ​ໃຫ​້​ເອກ​ອັກ​ຄະ​ລັດ​ຖະ​ທູດ ບ​ຣູ​ໄນ Darusalam ປະ​ຈຳ​ສະ​ຫະ​ພັນ​ລັດ​ເຊຍ ຢ່າງ​ເປັນ​ທາງ​ການ ໃນ​ອາ​ຍຸ​ການ 6 ເດືອນ​ຕໍ່​ໄປ. ກ່າວ​ຄຳ​ເຫັນ​ນະ​ທີ່ນີ້, ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ຫວຽດ​ນາມ ປະ​ຈຳ ສະ​ຫະ​ພັນ ລັດ​ເຊຍ ຫງວຽນ​ແທ​ງ​ເຊີນ ເນັ້ນ​ໜັກ​ວ່າ: ເຫ​ດ​ການ​ກິ​ລານີ້​ແມ່ນ​ເພື່ອ​ແນ​ໃສ່​ຮັດ​ແໜ້ນ​ຄວາມ​ສາ​ມັກ​ຄີ, ນ້ຳ​ໃຈ​ມິດ​ຕະ​ພາບ​ລະ​ຫວ່າງ​ບັນ​ດາ​ນັກ​ກິ​ລາ ເຊິ່ງ​ແມ່ນ​ພາ​ລະ​ກອນ, ລັດ​ຖະ​ກອນ​ຂອງ​ບັນ​ດາ​ປະ​ເທດ ອາ​ຊ​ຽນ ປະ​ຈຳ ລັດ​ເຊຍ. ສິ້ນ​ສຸດ​ວັນ​ແຂ່ງ​ຂັນ, ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ຫງວຽນ​ແທງ​ເຊີ​ນ ພ້ອມ​ກັນ​ເອກ​ອັກ​ຄະ​ລັດ​ຖະ​ທູດ ບັນ​ດາ​ປະ​ເທດ ອາ​ຊ​ຽນ ໄດ້​ມອບ​ຂັນ ແລະ ຫຼຽ​ນ​ກາ​ໃຫ້​ບັນ​ດາ​ນັກ​ກິ​ລາ​ຍາດ​ໄດ້​ລາງວັນ 1, 2, 3 ​ໃນ​ລາຍ​ການແຂ່ງ​ຂັນ​ກິ​ລາ​ຕ່າງໆພ້ອມ​ກັບ​ຂອງ​ຂວັນຫຼາຍ​ຢ່າງ.


ຂ່າວ/ບົດ​ອື່ນ