ວັນທີ 26 ພຶດສະພາ, ສົ່ງໝາກລີນຈີ່ ເຕີນອຽນ ງວດທຳອິດໄປຍັງຕະຫຼາດຍີ່ປຸ່ນ

(VOVWORLD) -ປີ 2021, ຄາດວ່າ ປະລິມານໝາກລີນຈີ່ຂອງແຂວງ ບັກຢາງ ບັນລຸ 3.600 ໂຕນ, ໃນນັ້ນ ມີປະມານ 1.800 ໂຕນແມ່ນໄດ້ສົ່ງອອກໄປຍັງ ຍີ່ປຸ່ນ.
ວັນທີ 26 ພຶດສະພາ, ສົ່ງໝາກລີນຈີ່ ເຕີນອຽນ ງວດທຳອິດໄປຍັງຕະຫຼາດຍີ່ປຸ່ນ - ảnh 1ນີ້ແມ່ນປີທີ 2 ທີ່ໝາກລີນຈີ່ຂອງແຂວງ ບັກຢາງ ໄດ້ສົ່ງອອກຂາຍໃຫ້ຕະຫຼາດ ຍີ່ປຸ່ນ
(ພາບ: sggp.org.vn)

ຕອນເຊົ້າວັນທີ 26 ພຶດສະພາ, ຢູ່ເມືອງ ເຕີນອຽນ, ແຂວງ ບັ໊ກຢາງ, ໄດ້ດຳເນີນພິທີສົ່ງອອກໝາກລີນຈີ່ ເຕີນອຽນ ງວດທຳອິດໄປຍັງຕະຫຼາດ ຍີ່ປຸ່ນ. ຄາດວ່າ, ບັນດາບໍລິສັດຫຸ້ນສ່ວນນຳເຂົ້າ-ສົ່ງອອກສະບຽງອາຫານ ຈະສົ່ງໝາກລີນຈີ່ປະມານ 15 ໂຕນໄປຂາຍໃຫ້ ຍີ່ປຸ່ນ. ນີ້ແມ່ນປີທີ 2 ທີ່ໝາກລີນຈີ່ຂອງແຂວງ ບັກຢາງ ໄດ້ສົ່ງອອກຂາຍໃຫ້ຕະຫຼາດ ຍີ່ປຸ່ນ ບັນລຸຜົນສຳເລັດ.

        ຕໍ່ໜ້າສະພາບໂລກລະບາດໂຄວິດ-19, ແຂວງ ບັກຢາງ ໄດ້ເປັນເຈົ້າການສ້າງແຜນການກ່ຽວກັບການຜະລິດໝາກລີຈີ່ໂດຍປອດໄພຕໍ່ໂລກລະບາດ ດ້ວຍຫຼາຍມາດຕະການ, ຮັບປະກັນຄວາມປອດໄພ. ທ່ານ ເລແອັງເຢືອງ, ປະທານຄະນະກຳມະການປະຊາຊົນແຂວງ ບັກຢາງ, ໃຫ້ຮູ້ວ່າ:

        “ພວກຂ້າພະເຈົ້າໄດ້ເຮັດທຸກມາດຕະການເພື່ອໃຫ້ໝາກລີນຈີ່ ບັກຢາງ ຮັບປະກັນຄວາມປອດໄພດ້ານສະບຽງອາຫານ, ຮັບປະກັນມາດຕະຖານຢ່າງພຽງພໍເພື່ອສົ່ງອອກ. ພວກຂ້າພະເຈົ້າກໍ່ຕັ້ງໜ້າເຮັດວຽກກັບຝ່າຍ ຍີ່ປຸ່ນ, ອອກໃບຢັ້ງຢືນແນະນຳພູມມີປະເທດສຳລັບໝາກລີນຈີ່ ບັກຢາງ ແລະ ກົມປ້ອງກັນພືດເພື່ອກວດກາຄຸນນະພາບການຫຸ້ມຫໍ່, ສົ່ງອອກຈາກແຂວງ ບັກຢາງ ໂດຍບໍ່ຕ້ອງການແຕ່ງຕັ້ງນັກຊ່ຽວຊານ ຍີ່ປຸ່ນ ມາ, ສະນັ້ນແມ່ນມີຄວາມສະດວກທີ່ສຸດ”.

        ປີ 2021, ຄາດວ່າ ປະລິມານໝາກລີນຈີ່ຂອງແຂວງ ບັກຢາງ ບັນລຸ 3.600 ໂຕນ, ໃນນັ້ນ ມີປະມານ 1.800 ໂຕນແມ່ນໄດ້ສົ່ງອອກໄປຍັງ ຍີ່ປຸ່ນ.

ຕອບກັບ

ຂ່າວ/ບົດ​ອື່ນ