ວັນບຸນ “ຢາດເລືອດນະຄອນ ໂຮ່ຈີມິນ”

(VOVWORLD) - ວັນທີ 06 ກໍລະກົດ, ທີ່ນະຄອນ ໂຮ່ຈີມິນ ໄດ້ດຳເນີນວັນບຸນ “ຢາດເລືອດນະຄອນ ໂຮ່ຈີມິນ” ວັນບຸນໄດ້ຮັບເລືອດບໍລິຈາກກ່ວາ 15.000 ຖົງ. 
ວັນບຸນ “ຢາດເລືອດນະຄອນ ໂຮ່ຈີມິນ” - ảnh 1 ວັນບຸນ “ຢາດເລືອດນະຄອນ ໂຮ່ຈີມິນ” (ພາບອິນເຕີແນັດ)

ນີ້ແມ່ນເຫດການທີ່ນອນໃນຂອບເຂດລາຍການ “ການບໍລິຈາກເລືອດ” ຄັ້ງທີ 7 - ລາຍການຂົນຂວາຍບໍລິຈາກເລືອດມະນຸດສະທຳມີຂອບຂະໜາດໃຫຍ່ ດ້ວຍການເຂົ້າຮ່ວມຂອງ 39 ແຂວງ, ນະຄອນໃນທົ່ວປະເທດ. ກ່າວຄຳເຫັນທີ່ວັນບຸນ “ຢາດເລືອດນະຄອນ ໂຮ່ຈີມິນ”, ທ່ານ ເຈິ່ນກວກຮຸ່ງ, ຮອງປະທານສະພາກາແດງ ຫວຽດນາມ ໃຫ້ຂໍ້ສັງເກດວ່າ ນະຄອນ ໂຮ່ຈີມິນ ຍາມໃດກໍ່ແມ່ນທ້ອງຖິ່ນນຳໜ້າໃນທົ່ວປະເທດ ກ່ຽວກັບຂະບວນການບໍລິຈາກເລືອດ. ນີ້ກໍ່ແມ່ນທ້ອງຖິ່ນເຄີຍຈັດຕັ້ງບັນດາການຂົນຂວາຍບໍລິຈາກເລືອດມະນຸດສະທຳດ້ວຍຂອບຂະໜາດໃຫຍ່ ແລະ ເພີ່ມເຕີມແຫຼ່ງເລືອດໃໝ່ໃຫ້ທະນາຄານເລືອດຂອງນະຄອນຢ່າງລຽນຕິດ.

ຕອບກັບ

ຂ່າວ/ບົດ​ອື່ນ