ວັນບຸນສີສັນລະດູບານໃຫມ່ຢູ່ທຸກແຖບຖິ່ນຂອງປະເທດຊາດ

ວັນບຸນສີສັນລະດູບານໃຫມ່ຢູ່ທຸກແຖບຖິ່ນຂອງປະເທດຊາດ - ảnh 1
ວັນ​ບຸນ​ສີ​ສັນ​ລະ​ດູ​ບານ​ໃຫມ່
ພາບ:langvietonline

(vovworld)- ວັນ​ບຸນ​ສີ​ສັນ​ລະ​ດູ​ບານ​ໃຫມ່​ຢູ່​ທຸກ​ແຖບ​ຖິ່ນ​ຂອງ​ປະ​ເທດ​ຊາດ ໂດຍ​ກະ​ຊວງວັດ​ທະ​ນະ​ທຳ, ກິ​ລາ ແລະ ທ່ອງ​ທ່ຽວ ​ດຳ​ເນີນ​ໄປ​ແຕ່​ວັນ​ທີ 7 – 14/2 ຢູ່ ໝູ່​ບ້ານ​ວັດ​ທະ​ນະ​ທຳ ທ່ອງ​ທ່ຽວ ບັນ​ດາ​ເຜົ່າ ຫວຽດ​ນາມ ຢູ່​ດົງ​ໂມ ເຊີນ​ໄຕ ຮ່າ​ໂນ້ຍ. ເປີດ​ສາກ​ໃຫ້​ບັນ​ດາ​ລາຍ​ການ​ຂອງວັນ​ບຸນ ແມ່ນ​ພິ​ທີ​ໄຂ​ເຂດ​ແນະ​ນຳ​ໝູ່​ບ້ານ​ຫັດ​ຖະ​ກຳ​, ອາ​ຫານ​ການ​ກິນ, ຜະ​ລິດ​ຕະ​ພັນພິ​ເສດ​ຂອງ​ຊາວ​ຊົນ​ເຜົ່າ. ທ່ານ ຫງວຽ​ນ​ດີງ​ເລີ້ຍ, ຮອງ​ຫົວ​ຫນ້າ​ຄະ​ນະ​ຄຸ້ມ​ຄອງ​ໝູ່​ບ້ານ​ວັດ​ທະ​ນະ​ທຳ ທ່ອງ​ທ່ຽວ​ບັນ​ດາ​ເຜົ່າ​ຫວຽດ​ນາມ, ຫົວ​ຫນ້າ​ຄະ​ນະ​ຈັດ​ຕັ້ງ​ໃຫ້​ຮູ້​ວ່າ: ນີ້​ແມ່ນ​ຫນຶ່ງ​ໃນ​ບັນ​ດາ​ການ​ເຄື່ອນ​ໄຫວມີ​ຄວາມ​ໝາຍ​ສຳ​ຄັນ ເພື່ອ​ໂຄ​ສະ​ນາ​ບັນ​ດາ​ຜະ​ລິດ​ຕະ​ພັນ​ພິ​ເສດ​ຂອງ​ບັນ​ດາ​ເຜົ່າ​ເຖິງ​ແຂກ​ເຂົ້າ​ຮ່ວມ.

        “​ແຂກ​ເຂົ້າ​ຮ່ວມວັນ​ບຸນ​ໃນ​ມື້ນີ້​ຈະ​ໄດ້​ຮັບ​ຊົມ​ບັນ​ດາ​ຜະ​ລິດ​ຕະ​ພັນ​ຂອງ​ໝູ່​ບ້ານ​ຫັດ​ຖະ​ກຳ ແລະ ໄດ້​ຊີມອາ​ຫານ​ການ​ກິນ​ຂອງ​ບັນ​ດາ​ເຜົ່າ​ຫວຽດ​ນາມ. ນອກນັ້ນ ແຂກ​ສາ​ມາດ​ຊອກ​ຮູ້ ແລະ ເຂົ້າ​ຮ່ວມ​ບັນ​ດາ​ການ​ເຄື່ອນ​ໄຫວ​ຜະ​ລິດ, ປຸງ​ແຕ່ງ​ອາ​ຫານ​​ພື້ນ​ເມືອງອີກ​ດ້ວຍ.”

 

ຂ່າວ/ບົດ​ອື່ນ