ວັນປື້ມອ່ານຫວຽດນາມ ຄັ້ງທີ 5

(VOVWORLD) - ວັນປື້ມອ່ານຫວຽດນາມ ຄັ້ງທີ 5 ຈະໄດ້ດຳເນີນໃນລະຫວ່າງວັນທີ 18 – 22 ເມສາ 2018, ທີ່ສວນສາທາລະນະ ທົ໋ງເຍິດ (ເອກະພາບ), ຖະໜົນ ເຈີນເຍີນຕົງ, ນະຄອນຫຼວງຮ່າໂນ້ຍ
ວັນປື້ມອ່ານຫວຽດນາມ ຄັ້ງທີ 5  - ảnh 1                                                        (ພາບປະກອບ: TTXVN)

   ເດືອນພິມຈຳໜ່າຍປື້ມອ່ານ ເພື່ອສະຫຼອງວັນປື້ມອ່ານຫວຽດນາມ ແລະ ສັບປະດາພິມຈຳໜ່າຍປື້ມອ່ານຕ້ອນຮັບວັນປື້ມອ່ານຫວຽດນາມຈະໄດ້ດຳເນີນໃນຂອບເຂດທົ່ວປະເທດ ໃນລະຫວ່າງວັນທີ 1 ເມສາ ຫາວັນທີ 1 ພຶດສະພາ 2018.

        ເປີດສາກລາຍການເຄື່ອນໄຫວສະເຫຼີມສະຫຼອງວັນປື້ມອ່ານຫວຽດນາມ ແມ່ນພິທີໄຂວັນປື້ມອ່ານຫວຽດນາມຄັ້ງທີ່ 5 ແລະ ງານບຸນປື້ມອ່ານສະເຫຼີມສະຫຼອງວັນປື້ມອ່ານຫວຽດນາມຄັ້ງທີ 5 ໂດຍທ່ານລັດຖະມົນຕີກະຊວງຖະແຫຼງຂ່າວ ແລະ ສື່ມວນຊົນ ຫວຽດນາມ ເປັນປະທານ ແລະສົມທົບກັບບັນດາຫົວໜ່ວຍກ່ຽວຂ້ອງຈັດຕັ້ງ. ປີນີ້, ພິທີໄຂວັນປື້ມອ່ານຫວຽດນາມ, ງານບຸນປື້ມອ່ານສະເຫຼີມສະຫຼອງວັນປື້ມອ່ານຫວຽດນາມ ຄັ້ງທີ 5 ຈະໄດ້ຈັດຕັ້ງໃນຕອນເຊົ້າວັນທີ 18 ເມສາ 2018 ດ້ວຍຫົວຂໍ້ວ່າ “ປື້ມອ່ານສຳລັບຄອບຄົວ”, ງານບຸນປື້ມອ່ານສະເຫຼີມສະຫຼອງ ວັນປື້ມອ່ານຫວຽດນາມຄັ້ງທີ 5 ຈະໄດ້ຈັດຂຶ້ນໃນວັນທີ 18 ເມສາ - 22 ເມສາ 2018 ນີ້.

ຕອບກັບ

ຂ່າວ/ບົດ​ອື່ນ