ວິສາຫະກິດອັກຊັງຕີນສົນໃຈເຖິງ ສິນຄ້າຫວຽດນາມ


ວິສາຫະກິດອັກຊັງຕີນສົນໃຈເຖິງ ສິນຄ້າຫວຽດນາມ - ảnh 1
ບັນ​ດາ​ຜູ້​ແທນ​ທີ່ງານ​ຕະຫຼາດ​ນັດ​ອຸດ​ສາ​ຫະ​ກຳ, ວິ​ທະ​ຍາ​ສາດ ແລະ ເຕັກ​ນິກ ຊຶ່ງ​ຖືກ​ຈັກ​ຂຶ້ນຢູ່​ເມືອງ ກີນ​ແມັດ

(vovworld)- ວັນ​ທີ 2/10, ຫວຽດ​ນາມ​ນາມ​ໄດ້​ເຂົ້າ​ຮ່ວມ​ເວ​ທີ​ປາ​ໄສວິ​ສາ​ຫະ​ກິດ​ໃນ​ຂອບ​ເຂດ​ງານ​ຕະຫຼາດ​ນັດ​ອຸດ​ສາ​ຫະ​ກຳ, ວິ​ທະ​ຍາ​ສາດ ແລະ ເຕັກ​ນິກ ຊຶ່ງ​ຖືກ​ຈັກ​ຂຶ້ນຢູ່​ເມືອງ ກີນ​ແມັດ, ແຂວງ ບູ​ເອ​ນົດ ອາຍ​ແຣັດ ປະ​ເທດ​ອັກ​ຊັງ​ຕີນ. ວິ​ສາ​ຫະ​ກິດ​ອັກ​ຊັງ​ຕີນຫຼາຍ​ແຫ່ງ ໄດ້​ສົນ​ໃຈ​ກ່ຽວ​ກັບ​ຄວາມ​ສາ​ມາດ​ນຳ​ເຂົ້າ​ສິນ​ຄ້າ​ຈາກ​ຫວຽດ​ນາມ. ຢູ່​ທີ່ນີ້, ຜູ້​ຕາງ​ໜ້າ​ທູດ​ການ​ຄ້າຫວຽດ​ນາມ ທ່ານ​ນາງ ຫງວຽນ​ທິ​ແທງ​ເວີນ ພ້ອມ​ກັບ​ບັນ​ດາ​ຜູ້​ຕາງ​ໜ້າ​ສະ​ຖານ​ທູດ​ບັນ​ດາ​ປະ​ເທດ​ອາ​ຊຽນ ໄດ້​ແລກ​ປ່ຽນ​ກັບ​ບັນ​ດາ​ຄູ​ຮ່ວມ​ມື​ອັກ​ຊັງ​ຕີນ​ກ່ຽວ​ກັບ​ກາ​ລະ​ໂອ​ກາດ ທຳ​ມາ​ຄ້າ​ຂາຍ. ມູນ​ຄ່າ​ແລກ​ປ່ຽນ​ການ​ຄ້າ​ລະ​ຫວ່າງ​ຫວຽດ​ນາມ ແລະ ອັກ​ຊັງ​ຕີນ ຮອດ​ເດືອນ 8/2015 ບັນ​ລຸ 1,7 ຕື້ USD.

ຂ່າວ/ບົດ​ອື່ນ