ວິສາຫະກິດເຕັກໂນໂລຊີຂໍ້ມູນຂ່າວສານ,ສື່ສານ ຫວຽດນາມ ແລະ ສ. ເກົາຫຼີ ລົງນາມໃນຂໍ້ຕົກລົງຮ່ວມມື 4 ສະບັບ

(VOVWORLD) - ທີ່ເວທີປາໄສ, ຜູ້ຕາງໜ້າບັນດາວິສາຫະກິດຂອງ 2 ປະເທດໄດ້ລົງນາມໃນຂໍ້ຕົກລົງ 4 ສະບັບ
ວິສາຫະກິດເຕັກໂນໂລຊີຂໍ້ມູນຂ່າວສານ,ສື່ສານ ຫວຽດນາມ ແລະ ສ. ເກົາຫຼີ ລົງນາມໃນຂໍ້ຕົກລົງຮ່ວມມື 4 ສະບັບ - ảnh 1 ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມ

ເວທີປາໄສຮ່ວມມືເຕັກໂນໂລຊີຂໍ້ມູນຂ່າວສານ - ສື່ສານ ຫວຽດນາມ - ສ. ເກົາຫຼີ 2018 ໂດຍສະຫະສະມາຄົມ ອິນເຕີເນັດ ຫວຽດນາມ ສົມທົບກັບກົມສົ່ງເສີມອຸດສາຫະກຳເຕັກໂນໂລຊີຂໍ້ມູນຂ່າວສານແຫ່ງຊາດ ສ. ເກົາຫຼີ ຈັດຕັ້ງໃນຕອນເຊົ້າວັນທີ 22 ມີນາ, ຢູ່ຮ່າໂນ້ຍ.

        ທີ່ເວທີປາໄສ, ຜູ້ຕາງໜ້າບັນດາວິສາຫະກິດຂອງ 2 ປະເທດໄດ້ລົງນາມໃນຂໍ້ຕົກລົງ 4 ສະບັບ. ພາຍຫຼັງພິທີລົງນາມ ແມ່ນກອງປະຊຸມສຳມະນາ ດ້ວຍບັນດາຫົວຂໍ້ກ່ຽວກັບ “ສະພາບການຕົວຈິງ 5G ແລະ ບັນດາການບໍລິການເຕັກນິກຫຼັກແຫຼ່ງ”; ຂັ້ນຕອນການພັດທະນາຂະແໜງອຸດສາຫະກຳເຕັກໂນໂລຢີຂໍ້ມູນຂ່າວສານຢູ່ ຫວຽດນາມ; ແຜນການເພີ່ມທະວີການຮ່ວມມືວິທະຍາສາດເຕັກໂນໂລຊີ ຫວຽດນາມ - ສ. ເກົາຫຼີ…

ຕອບກັບ

ຂ່າວ/ບົດ​ອື່ນ