ວິສາຫະກິດໄຕ້ຫວັນປະເທດຈີນມາຊອກຮູ້ສະພາບແວດລ້ອມແຫ່ງການລົງທຶນ,ທ່ອງທ່ຽວຢູ່ຫວຽດນາມ

ວິສາຫະກິດໄຕ້ຫວັນປະເທດຈີນມາຊອກຮູ້ສະພາບແວດລ້ອມແຫ່ງການລົງທຶນ,ທ່ອງທ່ຽວຢູ່ຫວຽດນາມ - ảnh 1
ຄະນະ​ນັກທຸລະກິດ ​ແລະ ສື່​ມວນ​ຊົນ​ໄຕ້​ຫວັນປຶກສາຫາລືກັບ
ວິສາຫະກິດຫວຽດນາມກ່ຽວກັບການຮ່ວມມື


(vovworld)- ຕອນ​ຄຳ່​ວັນ​ທີ 17/6 ຢູ່ ນະຄອນ​ໂຮ່ຈິ​ມີນ, ຄະນະ​ນັກທຸລະກິດ ​ແລະ ສື່​ມວນ​ຊົນ​ໄຕ້​ຫວັນ​ປະ​ເທດ​ຈີນ ​ໄດ້​ມີ​ການ​ເຄື່ອນ​ໄຫວ​ທຳ​ອິດ​ໃນ​ການ​ຊອກ​ຮູ້​ສະພາບ​ການ​ຕົວ​ຈິງ​ກ່ຽວ​ກັບ​ການ​ລົງທຶນ, ທ່ອງ​ທ່ຽວ​ຢູ່​ບັນດາ​ທ້ອງ​ຖິ່ນ​​ເວົ້າ​ສະ​ເພາະ ​ແລະ ຫວຽດນາມ ​ເວົ້າ​ລວມ ​ແຕ່​ວັນ​ທີ 17-19/6. ຄະນະ​ລວມມີ ນັກ​ຂ່າວ 15 ຄົນ ​ແລະ ວິ​ສາ​ຫະກິດທ່ອງ​ທ່ຽວ​ໄຕ້​ຫວັນ 20 ​ແຫ່ງ ​ໄດ້​​​ໄປ​ທັດສະນະ​ສຶກສາ ​ແລະ ​ເຮັດ​ວຽກ​ຢູ່​ບັນດາ​ແຂວງ ບີ່​ງ​ເຢືອງ, ດົງ​ນາຍ, ​ເທື່ອ​ທຽນ​ເຫ້ວ, ດາ​ຫນັງ ​ແລະ ນະຄອນ ​ໂຮ່ຈິ​ມີນ. ການ​ຢ້ຽມຢາມ ​ແລ​ະ​ເຮັດ​ວຽກ​ຢູ່​ຫວຽດນາມຄັ້ງ​ນີ້ ​ແມ່ນ​ໂອກາດ​ຊ່ວຍ​​ໃຫ້ບັນດາ​ນັກ​ລົງທຶນ​​ໄຕ້​ຫວັນ ​ເຂົ້າ​ໃຈ​ຢ່າງ​ຈະ​ແຈ້ງ​ກວ່າ ກ່ຽວ​ກັບ​ສະພາບ​ການ​ເຄື່ອນ​ໄຫວ, ດຳ​ເນີນ​ທຸລະ​ກິດ​ຢູ່​ຫວຽດນາມ, ​ເພີ່ມ​ທະວີ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ຕໍ່​ສະພາບ​ແວດ​ລ້ອມ​ແຫ່ງ​ການ​ລົງ​ທຶນ​ຂອງ​ຫວຽດນາມ.

 

ຂ່າວ/ບົດ​ອື່ນ