ວາງແຜນກຳນົດເຂດປູຊະນີຍະສະຖານປະຫວັດສາດວິຫານຮຸ່ງຮອດປີ2025
ງານບຸນວິຫານຮຸ່ງ
ພາບ:vtc.vn
|
(vovworld)- ແຂວງ ຟູທໍ້ ຫາກໍປະກາດການວາງແຜນກຳນົດອະນຸລັກຮັກສາ ແລະ ເສີມຂະຫຍາຍຄຸນຄ່າເຂດປູຊະນີຍະສະຖານປະຫວັດສາດ ວິຫານຮຸ່ງ ຮອດປີ 2025 ດ້ວຍຈຸດໝາຍກໍ່ສ້າງເຂດປູຊະນີຍະສະຖານໃຫ້ສົມກັບລະດັບເຂດປູຊະນີຍະສະຖານແຫ່ງຊາດ ພິເສດ ສຳຄັນອັນດັບຫນຶ່ງຢູ່ ຫວຽດນາມ, ນຳເຂດນີ້ກາຍເປັນສະຖານທີ່ທ່ອງທ່ຽວອັນດູດດື່ມ, ສຳຄັນກວ່າໝູ່ຢູ່ແຂວງ ຟູທໍ້. ຕາມການວາງແຜນກຳນົດແລ້ວ, ເຂດປູຊະນີຍະສະຖານປະຫວັດສາດວິຫານຮຸ່ງ ມີເນື້ອທີ່ 845 ເຮັກຕາ ລວມມີ 2 ເຂດຕົ້ນຕໍ. ແຂວງ ຟູທໍ້ ຈະສະຫງວນຈຳນວນເງິນ 4.500 ຕື້ດົງ ເພື່ອລົງທຶນອະນຸລັກຮັກສາ ແລະ ເສີມຂະຫຍາຍຄຸນຄ່າເຂດປູຊະນີຍະສະຖານປະຫວັດສາດວິຫານຮຸ່ງ.