ວຽກງານການຕ່າງປະເທດຂອງຫວຽດນາມໃນປີ2013ບັນລຸຜົນງານສຳຄັນຫຼາຍຢ່າງ

ວຽກງານການຕ່າງປະເທດຂອງຫວຽດນາມໃນປີ2013ບັນລຸຜົນງານສຳຄັນຫຼາຍຢ່າງ - ảnh 1
ທ່ານ​ຮອງ​ນາຍົກລັດຖະມົນຕີ, ລັດຖະມົນຕີ​ການ​ຕ່າງປະ​ເທດ ຟ້າ​ມບິ່ງ​ມິ​ງ ກ່າວຄຳເຫັນທີ່ງານລ້ຽງ

(vovworld) – ກ່າວ​ຄຳ​ເຫັນ​ທີ່​ງານ​ລ້ຽງ​ບັນດາ​ເອກ​ອັກຄະ​ລັດຖະທູດ, ຜູ້ຕາງໜ້າ, ຫົວໜ້າ​ຜູ້ຕາງໜ້າ​ບັນດາ​ອົງການ​ສາກົນ, ຫົວໜ້າ​ສະຖານກົງສູນ​ໃຫຍ່​ປະ​ເທດ​ຕ່າງໆ​ປະຈຳ​ຫວຽດນາມ, ຖືກ​ຈັດ​ຂຶ້ນ​ໃນ​ຕອນ​ຄຳ່​ວັນ​ທີ 20/1, ທ່ານ​ຮອງ​ນາຍົກລັດຖະມົນຕີ, ລັດຖະມົນຕີ​ການ​ຕ່າງປະ​ເທດ ຟ້າ​ມບິ່ງ​ມິ​ງ ​ເນັ້ນ​ໜັກ​ບົດບາດ​ຂອງ​ວຽກ​ງານ​ການ​ຕ່າງປະ​ເທດ​ຂອງ​ຫວຽດນາມ ​ໃນ​ການ​ເປີດ​ກ້ວາງ ​ແລະ ປັບປຸງ​ການ​ພົວພັນ​ຮ່ວມ​ມື​ມິດຕະພາບ​ກັບ​ບັນດາ​ປະ​ເທດ​ໃນ​ພາກ​ພື້ນ ​ແລະ ​ໃນ​ໂລກ. ປີ 2013, ວຽກ​ງານ​ການ​ຕ່າງປະ​ເທດ​ຂອງ​ພັກ, ລັດ ຫວຽດນາມ ສືບ​ຕໍ່​ບັນລຸ​ໄດ້ຜົນ​ງານ​ສຳຄັນ​ຫຼາຍ​ຢ່າງ, ການ​ພົວພັນ​ມິດ​ຕະພາບ​ ການ​ຮ່ວມ​ມື​ກັບ​ບັນດາ​ປະ​ເທດ​ໄດ້​ຮັບ​ການ​ປັບປຸງ ​ແລະ ​ເບີດ​ກ້ວາງ, ສະພາບ​ແວດ​ລ້ອມສັນຕິພາບ, ສະຖຽນ​ລະ​ພາບ​ໄດ້​ຮັບ​ການ​ຮັກສາ​ໄວ້. ທ່ານ​ຮອງ​ນາຍົກລັດຖະມົນຕີ, ລັດຖະມົນຕີ​ການ​ຕ່າງປະ​ເທດ ຟ້າ​ມບິ່ງ​ມິ​ງ ​ເນັ້ນ​ໜັກ​ວ່າ:

    “ພວກ​ຂ້າພະ​ເຈົ້າ​ເຊື່ອ​ໝັ້ນ​ຢ່າງ​ແນວ​ແນ່​ວ່າ ການ​ຮ່ວມ​ມື, ການ​ໜູນ​ຊ່ວຍ ​ແລະ ການ​ຊ່ວຍ​ເຫຼືອ​ເຊິ່ງກັນ ​ແລະ ກັນ, ​ເພີ່ມ​ທະວີ​ການ​ສ້າງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ, ເຄົາລົບ​ນັບຖື​ຜົນ​ປະ​ໂຫຍ​ດຂອງ​ກັນ​ແມ່ນ​ພື້ນຖານ, ​ແມ່ນ​ວິທີພື້ນຖານ ​ແລະ ມີ​ປະສິດທິ​ຜົນ​ທີ່​ສຸດ​ເພື່ອ​ໃຫ້​ພວກ​ເຮົາ​ຜ່ານ​ຜ່າ​ຄວາມ​ຫຍຸ້ງຍາກ, ມຸ່ງ​ໄປ​ເຖິງ​ຈຸດໝາຍ​ສັນຕິພາບ ​ແລະ ພັດທະນາ. ​ໃນ​ຄວາມ​ມານະ​ພະຍາຍາມ​ນັ້ນ, ບົດບາດ​ເປັນ​ຂົວ​ເຊື່ອ​ມຕໍ່​ຢ່າງ​ຕັ້ງໜ້າ, ຂະຫຍັນ​ຂັ​ນ​ເຄື່ອນ​ຂອງ​ພວກ​ເພື່ອນ​ມີ​ຄວາມ​ໝາຍ​ສຳຄັນ​ທີ່​ສຸ​ດ​ເພື່ອ​ຊຸກຍູ້​ການ​ພົວພັນ​ລະຫວ່າງ​ປະ​ເທດ, ອົງການ​ຈັດ​ຕັ້ງ​ຂອງ​ພວກ​ເພື່ອນ ​ແລະ ຫວຽດນາມ, ​ເພື່ອ​ໃຫ້​ບັນດາ​ປະ​ເທ​ດພວກ​ເຮົາ​ພັດທະນາ​ນັບ​ມື້​ນັບ​ດີງາມ​ໃນ​ປະຊາ​ຄົມ​ມິດຕະພາບ​ແລະ​ຈະ​ເລີ​ນຮຸ່ງ​ເຮືອງ. ”

    ​ໂດຍ​ຕາງ​ໜ້າ​ໃຫ້ຄະນະ​ທູຕານຸທູດ, ຫົວໜ້າ​ຄະນະ​ການ​ທູດ ປະຈຳ ຫວຽດນາມ, ທ່ານ​ເອກ​ອັກຄະ​ລັດຖະທູດ ມາຣົກ El Houcine Fardani ຢັ້ງຢືນ​ວ່າ: ຄະນະ​ການ​ທູດ ປະຈຳ ຫວຽດນາມ ພ້ອມ​ແລ້ວ​ທີ່​ຈະພ້ອມ​ກັບ​ຫວຽດນາມ ພັດທະນາ ​ແລະ ຊຸກຍູ້​ການ​ພົວພັນ​ຮ່ວມ​ມື​ລະຫວ່າງ ຫວຽດນາມ ​ແລະ ບັນດາ​ປະ​ເທດ ກໍ່​ຄື​ກັບ​ບັນດາ​ອົງການຈັດ​ຕັ້ງ​ສາກົນ, ບົນ​ຈິດ​ໃຈ​ຮ່ວມ​ມື​ສັນ​ຕີ​ພາບ​ຕາງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດ.


ຂ່າວ/ບົດ​ອື່ນ