ວຽກງານການຕ່າງປະເທດປະຊາຊົນຄວນເປັນເຈົ້າການເຊື່ອມໂຍງເຂົ້າກັບສາກົນຢ່າງມີປະສິດທິຜົນ
ທ່ານ ເລຮົ່ງແອງຜູ້ປະຈຳຄະນະເລຂາສູນກາງພັກ
ພາບ:laodong.com
|
(vovworld)- ຕອນບ່າຍວັນທີ 28/12 ຢູ່ ຮ່າໂນ້ຍ, ຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດຫວຽດນາມ ໄດ້ຈັດຕັ້ງກອງປະຊຸມສະຫລຸບວຽກງານການຕ່າງປະເທດປະຊາຊົນປີ 2015 ແລະ ຜັນຂະຫຍາຍຫນ້າທີປີ 2016. ກ່າວຄຳເຫັນຊີ້ນຳກອງປະຊຸມ, ທ່ານ ເລຮົ່ງແອງ, ກຳມະການກົມການເມືອງ, ຜູ້ປະຈຳຄະນະເລຂາສູນກາງພັກ ເນັ້ນຫນັກວ່າ: ປີ 2016, ວຽກງານການຕ່າງປະເທດປະຊາຊົນ ຄວນສຸມໃສ່ເຂົ້າໃນບັນດາຫນ້າທີ່ຄື:ຮີບເຮັ່ງກະກຽມ ແລະ ຕັ້ງຫນ້າເຂົ້າຮ່ວມ ເປັນເຈົ້າການໃນການເຊື່ອມໂຍງເຂົ້າກັບສາກົນຢ່າງມີປະສິດທິຜົນທີ່ສຸດ, ຍົກສູງປະສິດທິຜົນການເຄື່ອນໄຫວດ້ານການເມືອງການຕ່າງປະເທດ, ປັບປຸງການພົວພັນມິດຕະພາບກັບປະຊາຊົນບັນດາປະເທດ, ເປັນຕົ້ນບັນດາປະເທດບ້ານໃກ້ເຮືອນຄຽງໃນອາຊຽນ, ເປີດກວ້າງເຄືອຂ່າຍເພື່ອນມິດ ແລະ ຄູ່ຮ່ວມມືສາກົນ. ທ່ານ ເລຮົ່ງແອງ ຊີ້ແຈ້ງວ່າ:
“ການເຄື່ອນໄຫວການຕ່າງ ປະເທດປະຊາຊົນ ມີບົດບາດ ແລະ ທ່າໄດ້ປຽບພິເສດ, ປະກອບສ່ວນປະຕິບັດແນວທາງການຕ່າງປະເທດຂອງພັກ ແລະ ລັດ. ຄະນະພັກ, ອົງການພັກ, ອຳນາດການປົກຄອງ, ແນວໂຮມປະເທດຊາດ ທຸກຂັ້ນ ຄວນສືບຕໍ່ຊາບຊືມຄວາມຮັບຮູ້ຢ່າງຄົບຖ້ວນກ່ຽວກັບທີ່ຕັ້ງ, ບົດບາດສຳຄັນຂອງວຽກງານການຕ່າງປະເທດປະຊາຊົນ.”