ວຽກງານວັດທະນະທຳຄວນປະກອບສ່ວນສ້າງສາ ແລະ ໂຄສະນາພາບພົດປະເທດຊາດ

ວຽກງານວັດທະນະທຳຄວນປະກອບສ່ວນສ້າງສາ ແລະ ໂຄສະນາພາບພົດປະເທດຊາດ - ảnh 1
ທ່ານຮອງນາຍົກລັດຖະມົນຕີ ຫງວຽນທ້ຽນເຍີນ ກ່າວຄຳເຫນທີ່ກອງປະຊຸມ
(ພາບ: ອິນເຕີເນັດ)

(vovworld) - ຕອນ​ເຊົ້າວັນ​ທີ 10/1 ຢູ່ ຮ່າ​ໂນ້ຍ, ກະຊວງ​ວັດທະນະທຳ ກິລາ ​ແລະ ທ່ອງ​ທ່ຽວ​ ຫວຽດນາມ ​ໄດ້​ຈັດ​ກອງ​ປະຊຸມ​ຜ່ານ​ເຄືອ​ຂ່າຍ ອິນ​ເຕີ​ເນັດ​ລະຫວ່າງ 6 ສະຖານ​ທີ​ຄື: ຮ່າ​ໂນ້ຍ, ນະຄອນ ​ໂຮ່ຈີ​ມິນ, ຟູ໋ທໍ້, ດ່າ​ໜັງ, ​ເກີນ​ເທີ, ຢາ​ລາຍ ​ເພື່ອ​ຜັນ​ຂະຫຍາຍ​ວຽກງານວັດທະນະທຳ ກິລາ ​ແລະ ທ່ອງ​ທ່ຽວ. ກ່າວ​ຄຳ​ເຫັນ​ຊີ້ນ​ຳກອງ​ປະຊຸມ, ທ່ານ​ຮອງ​ນາຍົກລັດຖະມົນຕີຫວຽດນາມ ຫງວຽນ​ທ້ຽນ​ເຍີນ ​ຖື​ວ່າ: ຜົນງານ​ທາງ​ດ້ານວັດທະນະທຳ ກິລາ ​ແລະ ທ່ອງ​ທ່ຽວ​ຂອງ​ຫວຽດນາມ ປີ 2012 ​ໄດ້​ປະກອບສ່ວນ​ເຂົ້າ​ໃນ​ການ​ພັດທະນາ ​ແລະ ສ້າງ​ສະຖຽນ​ລະ​ພາບ​ໃຫ້​ແກ່​ປະ​ເທດ​ຊາ​ດ ພ້ອມ​ທັງ​ປັບປຸງ ​ໂຄສະນາ​ພາບ​ພົດ​ຫວຽດນາມ ​ໃຫ້​ແກ່​ເພື່ອນ​ມິດສາ​ກົນ, ທ່ານ​ກ່າວ​ວ່າ:

 “ທີ່​ໜຶ່ງ, ພວກ​ເຮົາ​ຕ້ອງ​ມີ​ຍຸດ​ທະ​ສາດ​ວາງ​ແຜນ​ກຳນົດ ການທ່ອງທ່ຽວທົ່ວ​ປະ​ເທດ. ​ໃນ​ໄລຍະ 2012 2013, ພວກ​ເຮົາ​ຈະ​ສຸມ​ໃສ່​ຫັນ​ແຜນ​ກຳນົດ​ການທ່ອງທ່ຽວ​ລະດັບ​ເຂດ​ໃຫ້​ເປັນ​ລະອຽດ, ​ໂຄສະນາ​ເຄື​ື່ອງໝາຍ​ການ​ຄ້າ​ຂອງ​ຂະ​ແໜງ​ທ່ອງ​ທ່ຽວ, ​ເຮັດ​ແນວ​ໃດ​ເພື່ອ​ໃຫ​້ລັດ​ວິ​ສາ​ຫະກິດ​ທ່ອງ​ທ່ຽວ ​ແລະ ລັດ ພ້ອມ​ກັນ​ເຂົ້າ​ຮ່ວມ. ສິ່ງ​ນີ້ ​ແມ່ນ​ສຳຄັນ​ທີ່​ສຸດ. 2 ຝ່າຍ​ຕ້ອງ​ສົມທົບ​ກັນ​ຄື​ແນວ​ໃດ ​ເພື່ອ​ນຳ​ມາ​ເຊິ່ງຜົນ​ປະ​​ໂຫຍ​ດດີ​ທີ່​ສຸດ​ໃຫ້​ແກ່​ຕົນ​ເອງ. ຂ້າພະ​ເຈົ້າ​ສະ​ເໜີ​ວ່າ: ພວກ​ເຮົາ​ຄວນ​ມີ​ແຜນ​ຮ່າງ​ລະອຽດ​ໂດຍ​ໄວ ​ແລະ ຕີ​ລາຄາ​ການ​ສົ່ງ​ເສີມ​ການ​ໂຄສະນາ​ເຄື່ອງໝາຍ​ການ​ຄ້າ​ທ່ອງ​ທ່ຽວ ​ໃນ​ປີ​ທີ່​ຜ່ານ​ມາ ​ແລະ ຄວນ​ດຳ​ເນີນ​ກອງ​ປະຊຸມ​ຫົວ​ເລື່ອງ ​ເພື່ອ​ຕີ​ລາຄາ​ວຽກ​ງານ​ໃຊ້​ຈ່າຍ ​ໂດຍ​ນຳ​ໃຊ້​ງົບປະມານ​ຂອງ​ລັດ ​ແລະ ວິ​ສາ​ຫະກິດ, ທ້ອງ​ຖິ່ນ ​ເພື່ອ​ສົ່ງ​ເສີມການ​ໂຄສະນາ​ເຄື່ອງໝາຍ​ການ​ຄ້າ ຂອງ​ປະ​ເທດ​ຊາດ”

ຂ່າວ/ບົດ​ອື່ນ