ສັນນິບາດອາຮັບໄດ້ນຳ ສະເໜີບັນດາມາດຕະການ ລົງໂທດດ້ານເສດຖະກິດຕ້ານ ຊີຣີ

 ສັນນິບາດອາຮັບໄດ້ນຳ ສະເໜີບັນດາມາດຕະການ ລົງໂທດດ້ານເສດຖະກິດຕ້ານ ຊີຣີ - ảnh 1
(ພາບ: AFP/ TTXVN)

       ວັນ​ທີ 26/11 ສັນນິບາດ​ອາ​ຮັບ AL ​ໄດ້​ນຳ​ສະ​ເໜີ​ບັນດາ​ມາດ​ຕະການ​ລົງ​ໂທດ​ດ້ານ​ເສດຖະກິດ​ຕ້ານ ຊີຣີ ພາຍຫຼັງ ດາ​ມາ​ກຸດ ບໍ່​ຍອມ​ຮັບ​ຄຳ​ຂາດ ຂອງ​ອົງການ​ນີ້ ກ່ຽວ​ກັບ​ການ​ອະນຸຍາດ​ໃຫ້​ບັນດາ​ຜູ້​ສັງ​ເກດ​ການ​​ໄປ​ຍັງ ຊີຣີ. ຂໍ້ສະ​ເໜີ ລົງ​ໂທດ​ດ້ານ​ເສດຖະກິດ​ຕ້ານ ຊີຣີ ​ໄດ້​ຖືກ​ຮັບຮອງ​ເອົາ​ໃນ​ວັນ​ທີ 26/11 ຢູ່​ທີ່​ກອງ​ປະຊຸມ​ລັດຖະມົນຕີ​ການ​ເງິນ AL ຊຶ່ງ​ຈັດ​ຂຶ້ນ​ຢູ່ ກາຍ​ໂລ ປະ​ເທ​ດ ອີ​ຢິບ. ຕາມ​ຂໍ້​ສະ​ເໜີ​ດັ່ງກ່າວ​ແລ້ວ, ALຈະ​ປິດ​ລ້ອ​ມບັນດາກ​ອງທຶນ ທີ່​ຂຶ້ນ​ກັບ​ລັດຖະບານ ຊີຣີ, ຢຸດຕິ​ບັນດາ​ການ​ເຄື່ອນ​ໄຫວ​ຕິດ​ຕໍ່​ພົວພັນ​ດ້ານ​ການ​ຄ້າ​ກັບ​ລັດຖະບານ ຊີຣີ, ​ເວັ້ນ​ເສຍ​ບັນດາ​ປະ​ເພດ​ສິນຄ້າ​ທີ່​ຈຳ​ເປັນ​ຂອງ​ປະຊາຊົນ, ຫ້າມ​ບັນດາ​ເຈົ້າ​ໜ້າ​ທີ ຊີຣີ ​ເຂົ້າ​ເມືອງ​ບັນດາ​ປະ​ເທດ​ອາ​ຮັບ, ​ໂຈະ​ບັນດາ​ຖ້ຽວ​ບິນ ​ແລະ ຢຸດຕິ​ທຸກ​ການ​ຕິດ​ຕໍ່​ພົວພັນ​ການ​ເງິນ​ກັບ ອຳນາດ​ການ​ປົກຄອງ ຊີຣີ ກໍ່​ຄື​ທະນາຄານ​ສູນ​ກາງຂອງ​ປະ​ເທດ​ນີ້. AL ຍັງ​ຮຽກຮ້ອງ ຈົ່ງ​ປິດ​ລ້ອມ​ບັນດາ​ບ້ວງ​ເງິນ​ລົງທຶນ ​ໃຫ້​ແກ່​ບັນດາ​ໂຄງການ​ລົງທຶນ​ຢູ່ ຊີຣີ.

ຂ່າວ/ບົດ​ອື່ນ