ສິ້ນສຸດກອງປະຊຸມຮອບທີ4ຫນ່ວຍປະຕິບັດງານປະສົມຫວຽດນາມ-Vatican
ກອງປະຊຸມຮອບທີ 4 ຫນ່ວຍປະຕິບັດງານປະສົມຫວຽດນາມ- ສຳນັກVatican
ພາບ:internet
|
(vovworld) - ໂດຍປະຕິບັດຂໍ້ຕົກລົງທີ່ກອງປະຊຸມຮອບທີ 3 ຫນ່ວຍປະຕິບັດງານປະສົມຫວຽດນາມ- ສຳນັກVatican ຢູ່ ຮ່າໂນ້ຍ ເມື່ອເດືອນ 2/2012, ກອງປະຊຸມຮອບທີ 4 ຫນ່ວຍປະຕິບັດງານປະສົມຫວຽດນາມ- ສຳນັກVatican ດຳເນີນໄປແຕ່ວັນທີ 13 - 14/6. ທ່ານ Antoine Camilleri ຮອງລັດຖະມົນຕີການຕ່າງປະເທດ ສຳນັກ Vatican, ຫົວຫນ້າຄະນະຜູ້ແທນ ສຳນັກ Vatican ແລະ ທ່ານ ບຸ່ຍແທນເຊີນ, ຮອງລັດຖະມົນຕີການຕ່າງປະເທດຫວຽດນາມ, ຫົວຫນ້າຄະນະຜູ້ແທນຫວຽດນາມ ເປັນປະທານຮ່ວມກອງປະຊຸມ. ສອງຝ່າຍໄດ້ແຈ້ງໃຫ້ກັນຊາບກ່ຽວກັບສະພາບການຂອງແຕ່ລະຝ່າຍ, ສຳຫລວດກວດຄືນ, ແລກປ່ຽນກ່ຽວກັບການພົວພັນລະຫວ່າງຫວຽດນາມ ແລະ ສຳນັກ Vatican ແລະ ບັນດາບັນຫາກ່ຽວຂ້ອງເຖິງສະມາຄົມສາສະຫນາຄາໂຕລິກຢູ່ຫວຽດນາມ. ຄະນະຜູ້ແທນຫວຽດນາມ ເນັ້ນຫນັກວ່າ: ພັກ ແລະ ລັດຫວຽດນາມສືບຕໍ່ປະຕິບັດຢ່າງສະເຫມີຕົ້ນສະເຫມີປາຍ, ສ້າງບັນດານະໂຍບາຍເຄົາລົບ ແລະ ຮັບປະກັນຄວາມເສລີໃນການເຊື່ອຖືສາສະຫນາ, ການເຫລື້ອມໃສສາສະຫນາຂອງປະຊາຊົນຢ່າງບໍ່ຢຸດຢັ້ງ, ຍາມໃດກໍສົ່ງເສີມບັນດາສາສະຫນາເວົ້າລວມ ແລະ ສະມາຄົມສາສະຫນາຄາໂຕຫວຽດນາມ ເວົ້າສະເພາະເຂົ້າຮ່ວມຢ່າງຕັ້ງຫນ້າເຂົ້າໃນກິດຈະກຳພັດທະນາເສດຖະກິດສັງຄົມ ແລະ ສ້າງສາປະເທດຊາດ. ສຳນັກ Vatican ເນັ້ນຫນັກວ່າ: ຢາກສືບຕໍ່ພັດທະນາການພົວພັນລະຫວ່າງ ຫວຽດນາມ ແລະ ສຳນັກ Vatican, ຈຳເປັນຕ້ອງມີທູດພິເສດຂອງ ສຳນັກ Vatican ປະຈຳຫວຽດນາມ ເພື່ອຮັບໃຊ້ໃຫ້ແກ່ຜົນປະໂຫຍດຂອງສອງຝ່າຍ.