( vovworld ) – ວັນທີ 8/5, ກອງປະຊຸມຄັ້ງທີ 5 ຄະນະບໍລິຫານງານສູນກາງພັກຊຸດທີ 11 ສືບຕໍ່ເຮັດວຽກຢູ່ທີ່ຮ່າໂນ້ຍ. ໂດຍດຳເນີນໄປເປັນເວລາ 9 ວັນ, ກອງປະຊຸມຄັ້ງນີ້ ໄດ້ສຸມໃສ່ບັນດາເນື້ອໃນຄື ສະຫຼຸບການປະຕິບັດລັດຖະທຳມະນູນປີ 1992 ແລະ ບາງພື້ນຖານທີ່ຄວນປັບປຸງ, ເພີ່ມເຕີມ; ສະຫຼຸບການປະຕິບັດມະຕິສູນກາງຄັ້ງທີ 7 ( ຊຸດທີ 9 ) “ ສືບຕໍ່ປ່ຽນໃໝ່ນະໂຍບາຍ, ກົດໝາຍກ່ຽວກັບທີດິນໃນໄລຍະຫັນປະເທດຊາດເປັນອຸດສາຫະກຳ ແລະທັນສະໄໝ ”; ສະຫຼຸບ 5 ປີແຫ່ງການປະຕິບັດມະຕິສູນກາງຄັ້ງທີ 3 ( ຊຸດທີ 10 ) “ ເພີ່ມທະວີການບໍລິຫານຂອງພັກສຳລັບວຽກງານປ້ອງກັນ ແລະ ຕ້ານສໍ້ລາດບັງຫຼວງ, ການຟຸມເຟືອຍ ”; ພິຈາລະນາ, ຕົກລົງບາງບັນຫາກ່ຽວກັບນະໂຍບາຍສັງຄົມ, ບັນຫາເງິນເດືອນໃນໄລຍະ 2012 – 2020 ແລະ ບາງບັນຫາທີ່ສຳຄັນອື່ນອີກ.
ກອນໜ້ານັ້ນ, ທີ່ວາລະໄຂກອງປະຊຸມເມືອວັນທີ 7/5, ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ Nguyen Phu Trong ໄດ້ເນັ້ນໜັກເຖິງບັນດາເນື້ອໃນຕ້ອງໄດ້ຮັບການປຶກສາຫາລືຢູ່ທີ່ກອງປະຊຸມຄັ້ງນີ້.
ກອງປະຊຸມຄັ້ງທີ່ 5 ຄະນະບໍລິຫານງານສູນກາງພັກຊຸດທີ່ 11 ໄດ້ດຶງດູດຄວາມສົນໃຈຈາກພະນັກງານ, ສະມາຊິກພັກ ແລະ ປະຊາຊົນໃນທົ່ວປະເທດ. ລຸງ ຫງວຽນເລືອງກຽນ ພະນັກງານພັກກິນເບັ້ຍບຳນານ ທີ່ຕາແສງ ແທງຍ່ານ ເມືອງ ຮ່າຍບາຈຶງ-ຮ່າໂນ້ຍຖືວ່າ : “ ຂ້າພະເຈົ້າເຫັນວ່າ ບັນຫາສໍ້ລາດບັງຫຼວງແມ່ນບັນຫາໃຫຍ່ຂອງສັງຄົມ, ທົ່ວປວງຊົນມີຄວາມເປັນຫ່ວງທີ່ສຸດ. ຂ້າພະເຈົ້າຄິດວ່າ ການຕ້ານໄພ ສໍ້ລາດບັງຫຼວງແມ່ນຕ້ອງປະຕິບັດຢ່າງຂ້ຽວຂາດກ່ວາ. ຖ້າຫາກວ່າ ປະປ່ອຍໃຫ້ໄພ ສໍ້ລາດບັງຫຼວງແຜ່ລາມອອກໃນວົງກ້ວາງ ຈະເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນປະສົບກັບຄວາມຫຍຸ້ງຍາກ, ປະຊາຊົນຂາດຄວາມເຊື່ອໝັ້ນຕໍ່ພັກ, ລັດຖະບານ ”
ກ່ຽວຂ້ອງເຖິງຂົງເຂດທີ່ດິນ, ທ່ານ ໂດ້ດັງໂກຍ ຢູ່ເມືອງຮ່າຍບາຈຶງ-ຮ່າໂນ້ຍ ມີຂໍ້ສະເໜີດັ່ງນີ້ : “ ສະເໜີສູນກາງພັກຄັ້ງນີ້ ຈົ່ງອີງໃສ່ສະພາບພຶດຕິກຳຕົວຈິງ, ເຮັດແນວໃດເພື່ອໃຫ້ປະຊາຊົນມີຄວາມອູ່ນອຽນໃຈ. ຕ້ອງປະຕິບັດຢ່າງຂ້ຽວຂາດຈາກຂັ້ນສູນກາງລົງຮອດຂັ້ນຮາກຖານ. ພວກຂ້າພະເຈົ້າຫວັງວ່າ ມະຕິສູນກາງພັກຄັ້ງນີ້ປະຕິບັດຢ່າງລອບຄອບຖີ່ຖ້ວນກ່ວາ ”