ສືບຕໍ່ມານະພະຍາຍາມສູ້ຊົນດ້ວຍຄວາມຕັດສິນໃຈສູງເພື່ອປະຕິບັດບັນດາຄາດໝາຍວາງອອກໃຫ້ບັນລຸຜົນສຳເລັດ
ກອງປະຊຸມສະໄໝສາມັນປະຈຳເດືອນ 11/2015
(ພາບ: VGP)
(vovworld) - ວັນທີ 27/11, ຢູ່ສຳນັກງານລັດຖະບານ, ພາຍໃຕ້ການເປັນປະທານຂອງທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢຸງ, ລັດຖະບານໄດ້ດຳເນີນກອງປະຊຸມສະໄໝສາມັນປະຈຳເດືອນ 11/2015 ເພື່ອປຶກສາຫລືບົດລາຍງານສະພາບການຜັນຂະຫຍາຍມະຕິຂອງລັດຖະບານກ່ຽວກັບບັນດາໜ້າທີ່, ມາດຕະການຕົ້ນຕໍ່ເພື່ອຊີ້ນຳການບໍລິຫານປະຕິບັດແຜນການພັດທະນາເສດຖະກິດສັງຄົມ ແລະ ແຜນງົບປະມານຂອງລັດປີ 2015.
ກ່າວຄຳເຫັນສະຫຼຸບກອງປະຊຸມ, ທ່ານຮອງນາຍົກລັດຖະມົນຕີ ຫງວຽນເຕີນຢຸງ ເນັ້ນໜັກວ່າ, ດ້ວຍຄວາມມານະພະຍາຍາມລວມຂອງທົ່ວພັກ, ທົ່ວປວງຊົນ, ທົ່ວກອງທັບ, ນັບທັງລະບົບການເມືອງ, ສະພາບການເສດຖະກິດ - ສັງຄົມໃນເດືອນ 11 ສືບຕໍ່ມີທ່າຫັນປ່ຽນຢ່າງຕັ້ງໜ້າໃນທຸກຂົງເຂດ; ຮັບປະກັນເສດຖະກິດມະຫາພາກເປັນປົກກະຕິ ກໍຄືການດຸ່ນດ່ຽງຂອງພື້ນຖານເສດຖະກິດ. ທ່ານນາຍົກລັດຖະມົນຕີ ຊີ້ນຳການຮັບປະກັນປະຕິບັດໜ້າທີ່ຈັດແບ່ງງົບປະມານ ກໍຄືສ້າງແຜນການລົງທຶນຂອງລັດປີ 2016 ໃຫ້ເປັນຢ່າງດີ, ແຜນການລົງທຶນພາກລັດໄລຍະກາງໃນ ໄລຍະ 2016 – 2020…
ກ່ຽວຂ້ອງເຖິງ 2 ໂຄງການຈຸດໝາຍແຫ່ງຊາດ ແມ່ນຫຼຸດຜ່ອນຄວາມທຸກຍາກແບບຍືນຍົງ ແລະ ກໍ່ສ້າງຊົນນະບົດໃໝ່, ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢຸງ ສະເໜີຕ້ອງສຸມໃສ່ໃນລະດັບສູງວຽກງານຊີ້ນຳການຜັນຂະຫຍາຍປະຕິບັດ, ຮັບປະກັນການດຸ່ນດ່ຽງແຫຼ່ງກຳລັງ ເພື່ອປະຕິບັດ 2 ໂຄງການດັ່ງກ່າວ, ຍ້ອນວ່ານີ້ແມ່ນໂຄງການມີລັກສະນະສັັງລວມ ແລະ ມີຄວາມໝາຍສຳຄັນໃນການພັດທະນາເສດຖະກິດ - ສັງຄົມ.