ສືບຕໍ່ສ້າງພື້ນຖານໂຄງລ່າງໄຟຟ້ານິວເຄຼຍແຫ່ງຊາດໃຫ້ສົມບູນແບບ

ສືບຕໍ່ສ້າງພື້ນຖານໂຄງລ່າງໄຟຟ້ານິວເຄຼຍແຫ່ງຊາດໃຫ້ສົມບູນແບບ - ảnh 1
ຫ້ອງວາງ​ສະ​ແດງ​ກ່ຽວ​ກັບ​ໄຟ​ຟ້າ ນິວ​ເຄຼຍ ຢູ່​ຮ່າ​ໂນ້ຍ
(ພາບ: Ngọc Hà/TTXVN)


(vovworld) - ​ຕາມ​ແຜນ​​ຮ່ວມ​ມື​ປີ 2014 ລະ​ຫວ່າງ​ກະ​ຊວງວິ​ທະ​ຍາ​ສາດ ແລະ ເຕັກ​ໂນ​ໂລຢີ ຫວຽດ​ນາມ ແລະ ອົງ​ການ​ພະ​ລັງ​ງານ​ປະ​ລະ​ມາ​ນູ​ສາ​ກົນ (IAEA) ແລ້ວ, ແຕ່​ວັນ​ທີ 10 – 14/11, ຢູ່​ຮ່າ​ໂນ້ຍ, ກະ​ຊວງວິ​ທະ​ຍາ​ສາດ ແລະ ເຕັກ​ໂນ​ໂລຢ​ີ ໄດ້​ຈັດ​ຕັ້ງ​ກອງ​ປະ​ຊຸມ​ສຳ​ມ​ະ​ນາ “ຫວຽດ​ນາມ - IAEA ກ່ຽວ​ກັບ​ການ​ພັດ​ທະ​ນາ​ພື້ນ​ຖານ​ໂຄງ​ລ່າງ​ໄຟ​ຟ້າ​ນິວ​ເຄຼຍ”, ເພື່ອຕີ​ລາ​ຄາ​ການ​ເຄື່ອນ​ໄຫວ​ພັດ​ທະ​ນາ​ພື້ນ​ຖານ​ໂຄງ​ລ່າງ​ໄຟ​ຟ້າ​ນິວ​ເຄຼຍ ເຊິ່ງ ຫວຽດ​ນາມ ໄດ້​ຜັນ​ຂະ​ຫຍາຍ. ດ້ວຍ​ບົດ​ບາດ​ແມ່ນ​ອົງ​ການ​ປະ​ສານ​ງານ, ເປັນ​ປະ​ທານ​ກ່ຽວ​ກັບ​ການ​ພັດ​ທະ​ນາ​ພື້ນ​ຖານ​ໂຄງ​ລ່າງ​ໄຟ​ຟ້າ ນິວ​ເຄຼຍ ຕາມ​ບັນ​ດາ​ຄຳ​ກ່າວ​ເຕືອນ​ຂອງ IAEA ເພື່ອ​ຕອບ​ສະ​ໜອງ​ບັນ​ດາ​ຄຳ​ຮຽກ​ຮ້ອງ​ຜັນ​ຂະ​ຫຍາຍ​ໂຄງ​ການ​ນິວ​ເຄຼຍ​ແຫ່ງ​ທຳ​ອິດ​ຢູ່ ຫວຽດ​ນາມ​ ປອດ​ໄພ, ສະ​ຫງົບ ແລະ ມີ​ປະ​ສິດ​ທິ​ຜົນ. ກະ​ຊວງວິ​ທະ​ຍາ​ສາດ ແລະ ເຕັກ​ໂນ​ໂລ​ຢີ ຫວຽດ​ນາມ ພ້ອມ​ກັນ​ໜູນ​ຊ່ວຍ ແລະ ສະ​ໜັບ​ສະ​ໜູນ​ບັນ​ດາ​ການ​ເຄື່ອນ​ໄຫ​ວ​ຮ່ວມ​ມື​ລະ​ຫວ່າງ ຫວຽດ​ນາມ ແລະ IAEA ໃນ​ການ​ນຳ​ໃຊ້​ພະ​ລັງ​ງານ​ປະ​ລະ​ມາ​ນູ​ຢູ່ ຫວຽດ​ນາມ ໂດຍ​ສັນ​ຕິ​ພາບ. ກອງ​ປະ​ຊຸມ​ສຳ​ມະ​ນາ​ໄດ້​ແລກ​ປ່ຽນ​ບັ​ນ​ດາ​ບັນ​ຫາ​ດ້ານ​ເຕັກ​ນິກ​ຄື:  ກອບ​ກົດ​ໝາຍ, ຄວາມ​ປອດ​ໄພ​ນິວ​ເຄຼຍ, ຄວາມ​ປອດ​ໄພ​ດ້ານ​ການ​ປະ​ກາຍ​ລັງ​ສີ, ແຫຼ່ງ​ຊັບ​ພະ​ຍາ​ກອນ​ມະ​ນຸດ, ສ້າງ​ແຜນ​ການ​ຮັບ​ມື​ກັບ​ເຫດ​ຮ້າຍ…

        ພາຍຫຼັງ​ວາ​ລະ​ປຶກ​ສາ​ຫາ​ລື ດ້ານ​ເຕັກ​ນິກ, 2 ຝ່າຍ​ຈະ​ຍົກ​ອອກ​ບັນ​ດາ​ບົດ​ລາຍ​ການ​ກ່ຽວ​ກັບ​ສະ​ພາບ​ກາ​ນ​ຕົວ​ຈິງ​ພັດ​ທະ​ນາ​ພື້ນ​ຖານ​ໂຄງ​ລ່າງ​ໄຟ​ຟ້າ​ນິວ​ເຄຼຍ​ຢູ່ ຫວຽດ​ນາມ ແລະ ສະ​ເໜີ​ການ​ເຄື່ອນ​ໄຫວ​ຮ່ວມ​ມື​ລວມ​ລະ​ຫວ່າງ 2 ຝ່າຍ.

ຂ່າວ/ບົດ​ອື່ນ