ສືບຕໍ່ເຊີດຊູຜູ້ບໍລິຈາກເລືອດດ້ວຍຄວາມສະໝັກໃຈ

(VOVWORLD) -ທີ່ການຕ້ອນຮັບຄະນະຜູ້ແທນຜູ້ບໍລິຈາກເລືອດດີເດັ່ນທົ່ວປະເທດປີ 2017 ດຳເນີນໃນຕອນບ່າຍວັນທີ 13 ມິຖຸນາ ຢູ່ສຳນັກງານປະທານປະເທດ, ທ່ານນາງຮອງປະທານປະເທດດັ້ງທິງອກທິ້ງ ສະແດງຄວາມເຄົາລົບຮັບຖືສຳລັບການກະທຳທີ່ມີຄວາມໝາຍອັນສູງສົ່ງຂອງບັນດາຜູ້ແທນສຳລັບຄົນເຈັບເວົ້າສະເພາະ ແລະ ສັງຄົມເວົ້າລວມ. 
ສືບຕໍ່ເຊີດຊູຜູ້ບໍລິຈາກເລືອດດ້ວຍຄວາມສະໝັກໃຈ - ảnh 1 ຊາວຫນຸ່ມບໍລິຈາກເລືອດ

ທ່ານນາງຮອງປະທານປະເທດ ໄດ້ເນັ້ນຫນັກວ່າ ຄຽງຂ້າງການບໍລິຈາກເລືອດກູ້ເອົາຊີວິດ, ບັນດາຜູ້ແທນຍັງຂົນຂວາຍພັນໆຄົນເຂົ້າຮ່ວມການບໍລິຈາກເລືອດ, ຮ່ວມແຮງຮ່ວມໃຈພ້ອມກັບຂະແຫນງສາທາລະນະສຸກເພື່ອປິ່ນປົວໃຫ້ຄົນເຈັບ. ທ່ານນາງຮອງປະທານປະເທດ ຖືວ່າ ໃນໄລຍະຈະມາເຖິງ, ຄວນຕັ້ງຫນ້າຈັດຕັ້ງບັນດາພິທີເຊີດຊູ, ຍ້ອງຍໍຜູ້ບໍລິຈາກເລືອດດ້ວຍຄວາມສະຫມັກໃຈ, ຍ້ອງຍໍສັນລະເສີນສ່ວນບຸກຄົນດີເດັ່ນໃນຂະບວນການບໍລິຈາກເລືອດໃນທົ່ວປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ