(vovworld) - ເນື່ອງໃນໂອກາດສະເຫຼີມສະຫຼອງ 195 ປີແຫ່ງວັນຊາດເປຣູ (1821 - 2016) ແລະ ສະເຫຼີມສະຫຼອງ 22 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດລະຫວ່າງເປຣູ ແລະ ຫວຽດນາມ (1994 – 2016). ວັນທີ 07/07, ຢູ່ຮ່າໂນ້ຍ, ສະຖານທູດເປຣູ ປະຈຳຫວຽດນາມ ໄດ້ຈັດບັນດາການເຄື່ອນໄຫວສົ່ງເສີມດ້ານການຄ້າ, ການທ່ອງທ່ຽວ ແລະ ວັດທະນະທຳ ອາຫານການກິນ ເພື່ອແນໃສ່ສືບຕໍ່ໂຄສະນາວັດທະນະທຳຂອງເປຣູ ເຖິງເພື່ອນມິດຫວຽດນາມ ຢ່າງເລິກເຊິ່ງ, ກວ້າງຂວາງ. ບັນດາການເຄື່ອນໄຫວລວມມີ: ການແນະນຳກາເຟເປຣູ; ກອງປະຊຸມສຳມະນາໂຄສະນາກ່ຽວກັບຕະຫຼາດທ່ອງທ່ຽວເປຣູ; ງານມະໂຫລານອາຫານການກິນ “Peru Mucho Susto”, ເພື່ອປະກອບສ່ວນເພີ່ມທະວີການພົວພັນດ້ານການຄ້າ, ການທ່ອງທ່ຽວລະຫວ່າງ 2 ປະເທດ.
ກ່າວຄຳເຫັນໂຄສະນາກ່ຽວກັບເປຣູ, ທ່ານ Luis Tsuboyama, ອຸປະທູດ, ສະຖານທູດເປຣູ ປະຈຳຫວຽດນາມ ໃຫ້ຮູ້ວ່າ, ບັນດາການເຄື່ອນໄຫວທີ່ດຳເນີນໃນໂອກາດນີ້ ແມ່ນເພື່ອໂຄສະນາກ່ຽວກັບທັດສະນີຍະພາບ, ປະເທດຊາດ ແລະ ຊາວເປຣູ ເຖິງປະຊາຊົນ, ນັກທ່ອງທ່ຽວຫວຽດນາມ, ພິເສດແມ່ນບັນດານັກທ່ອງທ່ຽວມັກໄປທ່ອງທ່ຽວຄົ້ນຫາ.