ສັບປະດາວັດທະນະທຳລາວຢູ່ຫວຽດນາມ
ພາບປະກອບ
(vovworld) - ໂດຍປະຕິບັດແຜນການຮ່ວມມືດ້ານວັດທະນະທຳລະຫວ່າງ ກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ຫວຽດນາມ ແລະ ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ລາວ ແລະ ເນື່ອງໃນໂອກາດວັນສະຖາປະນາປະເທດ ສປປ ລາວ (2/12), ສອງຝ່າຍໄດ້ສົມທົບກັນຈັດຕັ້ງສັບປະດາວັດທະນະທຳ ລາວ ຢູ່ ຫວຽດນາມ ປີ 2014. ສັບປະດາວັດທະນະທຳ ລາວ ຢູ່ ຫວຽດນາມ ຈະດຳເນີນໄປໃນລະຫວ່າງວັນທີ 2 – 7/12/2014 ຢູ່ 3 ແຂວງຄື: ນະຄອນ ໂຮ່ຈີມິນ, ແຂວງ ເຮົ້າຢາງ ແລະ ແຂວງ ຫວີງລອງ. ດ້ວຍບັນດາລາຍການສະແດງສິລະປະ ແລະ ການເຄື່ອນໄຫວທີ່ເປັນເອກະລັກສະເພາະຂອງບັນດານັກສິລະປິນທີ່ມາຈາກປະເທດລາວ, ເຫດການຈະແນະນຳເຖິງມະຫາຊົນ ຫວຽດນາມ ບັນດາຈຸດວັດທະນະທຳທີ່ເປັນມູນເຊື້ອຂອງລາວ ແລະ ນ້ຳໃຈມິດຕະພາບພິເສດລະຫວ່າງປະຊາຊົນ 2 ປະເທດ ຫວຽດນາມ - ລາວ.