ສປຊກ່າວປະນາມອິດສະຣາແອນລະເມີດສິດຢູ່ປາແລສະຕິນ

ສປຊກ່າວປະນາມອິດສະຣາແອນລະເມີດສິດຢູ່ປາແລສະຕິນ - ảnh 1
ເຂດຝັງຕາເວັນຕົກແມ່ນ້ຳຈໍແດນ
ພາບ:internet


(vovworld)-   ວັນ​ທີ 10/6, ສປຊ ​ໄດ້ປະກາດ​ບົດ​ລາຍ​ງານ​ຂອງ​ຜູ້​ລາຍ​ງານ​ຕົ້ນຕໍ​ຂອງ​ສປຊ ກ່ຽວ​ກັບ​ສິດ​ທິມະນຸດ​ຢູ່​ບັນດາ​ເຂດ​ດິນ​ແດນ​ຂອງ ປາ​ແລດ​ສະຕີ​ນທີ່ຖືກ ອິດສະຣາ​ແອນ​ຢືດຄອງ​ຢ່າງ​ຜິດ​ກົດໝາຍ ​​ທີ່ໄດ້​​ໃຫ້​ຂໍ້​ສັງ​ເກດ​ວ່າ: ​ໃນ​ຊຸມ​ປີຜ່ານມາ, ອຳນາດ​ການ​ປົກຄອງ​ຂອງ​ຝ່າຍ​ຢືດຄອງ​ພວມ​ປະຕິບັດ​ບັນດາ​ນະ​ໂຍບາຍ​ຈຳກັດ​ສິດທິ​ມະນຸດ, ​ໃນ​ນັ້ນ ມີບັນດາ​ສິດ​ພື້ນຖານ​ທີ່​ສຸດ​ຂອງ​ຊາວ​ປາ​ແລດ​ສະຕີນ. ​ໃນ​ໄລຍະ 46 ປີຜ່ານ​ມາ ​ນັບ​ແຕ່​ເມື່ອ ອິດສະຣາ​ແອນ ຢືດຄອງ​ດິນ​ແດນ​ຂອງ​ຊາວ ປາ​ແລດ​ສະຕີ​ນ, ບັນດາ​ເຈົ້າ​ຂອງ​ທີ່​ດິນ​ຢູ່​ເຂດ​ນີ້​ບໍ່​ໄດ້ຮັບ​ການ​ປົກ​ປ້ອງ​ດ້ານ​ກົດໝາຍ, ບັນດາ​ສິດພື້ນຖານ​ຂອງ​ເຂົາ​ເຈົ້າ​ກໍ່​ບໍ່​ໄດ້​ຮັບ​ຄວາມ​ເຄົາລົບ ​ແລະ ຕ້ອງ​ປະ​ເຊີນ​ຫນ້າ​ທຸກ​ສິ່ງ​ທ້າ​ທາຍ, ຄວາມ​ຫຍຸ້ງຍາກ​ໃນ​ຊີວິດ​ການ​ເປັນ​ຢູ່​ເປັນ​ປະຈຳ. ບົດ​ລາຍ​ງານ​ຮຽກຮ້ອງ​ໃຫ້​ປະຊາ​ຄົມ​ໂລກ​ ສ້າງ​ຕັ້ງ​ຄະນະ​ກຳມະການ​ໂດຍ​ໄວ​ເພື່ອ​ສືບສວນ​ບັນດາ​ຄຸກ​ຂອງ ອິດສະຣາ​ແອນ ​ແລະ ອອກສຽງ​ຄັດຄ້ານ​ບັນດາ​ການ​ກະທຳ​ປາບ​ປາມ​ໄຮ້​ມະນຸດສະທຳຂອງ ອິດສະຣາ​ແອນ ຕ້ານ ປາ​ແລດ​ສະຕີ​ນ ​ແລະ ມີ​ບັນດາ​ມາດ​ຕະການ​ຕໍ່ສູ້, ຊ່ວຍ​ເຫລືອ​ຢ່າງ​ແທດ​ຈິງ​ເພື່ອ​ໃຫ້​ປະຊາຊົນ ປາ​ແລດ​ສະຕີ​ນປະຕິບັດ​ສິດທິ​ມະນຸດ​ພື້ນຖານ​ທັງ​ໝົດ​ຂອງ​ຕົນ​ໄດ້.

 

 

ຂ່າວ/ບົດ​ອື່ນ