ສປຊຮັບຮອງເອົາເອກະສານ ຕ້ານການໃຊ້ຄວາມຮຸນແຮງຕໍ່ເພດຍິງ

ສປຊຮັບຮອງເອົາເອກະສານ   ຕ້ານການໃຊ້ຄວາມຮຸນແຮງຕໍ່ເພດຍິງ - ảnh 1
ພາບປະກອບ:internet


(vovworld) -   ວັນ​ທີ 16/3, ກອງ​ປະຊຸມ​ຄັ້ງທີ 57 ຂອງ​ຄະນະ​ກຳມະການ​ແມ່ຍິງ​ຂຶ້ນ​ກັບ ສປຊ ​ໄດ້​ຮັບຮອງ​ເອົາ​​ເອກະສານ​ສະບັບ​ສຸດ​ທ້າຍ​ກ່ຽວ​ກັບ​ການ​ສົມທົບ​​ເຄື່ອນ​ໄຫວ​ໃນ​ທົ່ວ​ໂລກ​ເພື່ອ​ສະກັດ​ກັ້ນ, ກ່າວ​ໄປ​ເຖິງ​​ລົບ​ລ້າງການ​ໃຊ້​ຄວາມ​ຮຸ​ນ​ແຮງ​ຕໍ່​ແມ່ຍິງ​ ​ແລະ ​ເດັກ​ຍິງດ້ວຍ​ທຸກ​ຮູບ​ການ. ທ່ານ Ban Ki Moon ​ເລຂາທິການ​ໃຫຍ່ ສປຊ ​ໄດ້​ຮຽກຮ້ອງ​ໃຫ້​ລັດຖະບານ​ປະ​ເທດ​ສະມາຊິກ ສປຊ ທັງ​ໝົດ ພ້ອມ​ກັນ​ເຄື່ອນ​ໄຫວ ​ແລະ ​ເຮັດ​ຈົນ​ສຸດ​ຄວາມ​ສາມາດ​ຂອງ​ຕົນ​ເພື່ອ​ຫັນ​ເນື້ອ​ໃນ​ຂອງ​ເອກະສານ​ມີ​ລັກສະນະປະຫວັດສາດນີ້​ ເປັນ​ບັນດາ​ການ​ເຄື່ອນ​ໄຫວ​ລະອຽດ​ໃນ​ຄວາມ​ພະຍາຍາມ​ລວມຂອງ​ປະຊາ​ຄົມ​ໂລກ ​ເພື່ອ​ປົກ​ປ້ອງ​ແມ່ຍິງ ​ແລະ ​ເດັກ​ຍິງ. ​ເອກະສານ​ດັ່ງກ່າວ​ໄດ້​ຮັບຮອງ​ເອົາ ຈະ​​ເປີດ​ກາລະ​ໂອກາດ​ໃຫມ່​​ເພື່ອ​ປົວ​ແປງ​ຊີວິດ​ທາງ​ດ້ານ​ຈິດ​ໃຈ ​ແລະ ວັດ​ຖຸ​ໃຫ້​ແກ່​ແມ່ຍິງ ​ແລະ ​ເດັກ​ຍິງ​ໃນ​ທ່ົ​ວ​ໂລກ.

ຂ່າວ/ບົດ​ອື່ນ