ການນຳ ສປປ ເກົາຫລີ Kim Jong Un ໄປກວດກາການຊ້ອມຮົບ
ພາບ:internet
|
(vovworld) - ວັນທີ 14/3, ສຳນັກຂ່າວສານສູນກາງ ສປປ ເກົາຫລີ KCNA ໄດ້ໃຫ້ຂ່າວວ່າ: ການນຳ ສປປ ເກົາຫລີ Kim Jong Un ໄດ້ໄປກວດກາການຊ້ອມຮົບກອງປືນໃຫຍ່ຢູ່ມໍ່ກັບຊາຍແດນທີ່ເກີດການພິພາດກັບ ສເກົາຫລີ. ທ່ານ Kim Jong Un ໄດ້ຍ້ອງຍໍບັນດາຫົວຫນ່ວຍກອງປືນໃຫຍ່ຢູ່ເກາະສອງແຫ່ງດັ່ງກ່າວພາຍຫລັງສັງເກດເຂົາເຈົ້າຍິງຖືກເປົ້າໝາຍ. KCNA ບໍ່ເປີດເຜີຍຈຸດເວລາດຳເນີນການຊ້ອມຮົບ ແຕ່ເສັ້ນຊາຍແດນຊື່ງແມ່ນສະຖານທີ່ດຳເນີນການຊ້ອມຮົບແມ່ນບໍລິເວນອາດຈະເກິດການປະທະກັນລະຫວ່າງ ສເກົາຫລີ ແລະ ສປປ ເກົາຫລີ. ໃນໄລຍະມໍ່ໆມານີ້ ພຽງຢາງໄດ້ເພີ່ມທະວີການກະກຽມການທະຫານເພື່ອຄັດຄ້ານຄຳສັ່ງລົງໂທດຂອງ ສປຊ ຍ້ອນການທົດລອງນິວເຄຼຍ ເມື່ອເດືອນ 2/2013.