ສປປ ເກົາຫຼີຮຽກຮ້ອງໃຫ້ບັນດາຄະນະທູຕານຸທູດສາກົນອອກຈາກພຽງຢາງ

ສປປ ເກົາຫຼີຮຽກຮ້ອງໃຫ້ບັນດາຄະນະທູຕານຸທູດສາກົນອອກຈາກພຽງຢາງ - ảnh 1

ສະຖານທູດລັດເຊຍຢູ່ນະຄອນຫຼວງພຽງຢາງ
(ພາບ: rusembdprk.ru)

(vovworld) – ວັນ​ທີ 5/4, ສປປ ​ເກົາຫຼີ ​ໄດ້​ຮຽກຮ້ອງ​ໃຫ້​ສະຖານທູດ​ປະ​ເທດ​ຕ່າງໆ​ປະຈຳ ສປປ ​ເກົາຫຼີ ຢູ່​ພຽງ​ຢາງ ຍົກຍ້າຍ​ພາລະ​ກອນ​ການ​ທູດ​ອອກ​ຈາກ​ພຽງ​ຢາງ ​ໃນ​ກໍລະນີ​ຄວາມ​ເຄັ່ງ​ຕຶງ​ສືບ​ຕໍ່​ເພີ່ມ​ຂຶ້ນ​ຢູ່​ແຫຼມ​ເກົາຫຼີ. ກ່ຽວ​ກັບ​ບັນຫາ​ນີ້, ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ລັດ​ເຊຍ Sergei Lavrov ​ໃຫ້​ຮູ້​ວ່າ, ມົດ​ສະ​ກູ​ຈະ​ເຮັດ​ແຈ້ງ​ສະພາບ​ການ​ກ່ອນ​ທີ່​ຕົກລົງ​ຍົກຍ້າຍ​ພະນັກງານ​ການ​ທູດ​ຂອງ​ຕົນ​ອອກ​ຈາກ​ພຽງ​ຢາງ.

ກະຊວງ​ການ​ຕ່າງປະ​ເທດ​ອັງກິດ​ ກໍ່​ຮຽກຮ້ອງ​ໃຫ້ ສປປ ​ເກົາຫຼີ​ ຕ້ອງ​ຮັບຜິດຊອບ​ໜ້າ​ທີ່​ຮັບປະກັນ​ຄວາມ​ປອດ​ໄພ​ໃຫ້​ແກ່​ພະນັກງານ​ການ​ທູດ​ປະ​ເທດ​ຕ່າງໆ​ຢູ່​ປະ​ເທດ​ນີ້. ການ​ນຳ​ກູ​ບາ Fidel Castro ຮຽກຮ້ອງ​ໃຫ້​ຝ່າຍ​ຕ່າງໆ, ພິ​ເສດ​ແມ່ນ​ອາ​ເມ​ລິ​ກາ ​ແລະ ສປປ ​ເກົາຫຼີ ບໍ່​ຄວນ​ປະ​ເຊີນ​ໜ້າ ​ແລະ ປະຕິບັດ​ພັນທະ​ຮັບປະກັນ​ສັນຕິພາບ. ປະຕິ​ກິລິຍາ​ຕໍ່​ການ​ກະທຳ​ຂອງ​ພຽງ​ຢາງ, ວັນ​ທີ 5/4, ກຳລັງ​ກອງທັບ​ເຮືອ ສ​ເກົາຫຼີ ​ໄດ້​ຜັນ​ຂະຫຍາຍ​ກຳ​ປັ່ນຂັບ​ໄລ່ 2 ລຳ​ເຖິງ​ຝັ່ງ​ທະ​ເລ​ພາກ​ຕາ​ເວັນ​ຕົກ​ຂອງ​ແຫຼມ​ເກົາຫຼີ​, ກໍ່​ຄືຜັນ​ຂະຫຍາຍ​ລະບົບ​ຮາ​ດາ​ຕ້ານ​ລູກ​ສອນ​ໄຟໜ້າດິນ​ຕ້ານ​ເທິງ​ອາກາດ ​ແລະ ​ເຮືອບິນ​ສອດ​ແນມກ່າວ​ເຕືອນ​ໄວ ​ເພື່ອ​ຮັບ​ມື​ໃນ​ກໍລະນີ ສປປ​ ເກົາຫຼີ ຍິງ​ລູກ​ສອນ​ໄຟ.

 

ຂ່າວ/ບົດ​ອື່ນ