ສປປ.ເກົາຫຼີ ຖະແຫຼງຫັນສາງ ອາວຸດນິວເຄຼຍ ເປັນທັນສະໄໝ
(ພາບປະກອບ)
(vovworld) - ວັນທີ 23/02, ສຳນັກຂ່າວສານສູນກາງສປປ.ເກົາຫຼີ (KCNA) ໃຫ້ຂ່າວວ່າ ລັດຖະບານປະເທດນີ້ຈະຫັນອາວຸດນິວເຄຼຍເປັນທັນສະໄໝ ພ້ອມທັງຂະຫຍາຍສາງອາວຸດນິວເຄຼຍ ໃນລະດັບສູງສຸດ ຖະຫາກວ່າ ອາເມລິກາ ບໍ່ປະລະຫຼັກໝັ້ນເປັນປໍລະປັກກັບພຽງຢາງ. ຄຳວິຈານຂອງ KCNA ຊີ້ແຈ້ງວ່າ ບັນດານະໂຍບາຍທີ່ເປັນປໍລະປັກຂອງ ວໍຊິງເຕັນ ແມ່ນເຫດຜົນທີ່ພາໃຫ້ພຽງຢາງ ເພີ່ມກຳລັງແຮງດ້ານນິວເຄຼຍ. ສປປ.ເກົາຫຼີ ກ່າວເຕື່ອນວ່າ ຖ້າຫາກອາເມລິກາ ບໍ່ເລືອກເຟັ້ນນະໂຍບາຍທີ່ຖືກຕ້ອງ, ສປປ.ເກົາຫຼີ ຈະຫັນເປັນທັນສະໄໝ ແລະ ເພີ່ມກຳລັງແຮງດ້ານນິວເຄຼຍຂຶ້ນສູ່ລະດັບສຸງສຸດ. ຕາມ KCNA ແລ້ວ, ການທົດລອງນິວເຄຼຍເມື່ອວັນທີ 12/02 ຜ່ານມາ ແມ່ນການປ້ອງກັນຕົວຂອງປະເທດນີ້ ເພື່ອປະເຊີນໜ້າກັບບັນດາການກະທຳທີ່ເປັນປໍລະປັກຂອງອາເມລິກາ.