ສປປເກົາຫຼີ ປະກາດ ສະພາວະສົງຄາມກັບ ສ.ເກົາຫຼີ

ສປປເກົາຫຼີ ປະກາດ ສະພາວະສົງຄາມກັບ ສ.ເກົາຫຼີ - ảnh 1
(ພາບປະກອບ)
(vovworld) - ວັນ​ທີ 30/03, ສປປ ​ເກົາຫຼີ ​ໄດ້​ຖະ​ແຫຼ​ງວ່າ ປະ​ເທດ​ນີ້​ໄດ້​ກ້າວ​ເຂົ້າ​ສູ່ “ສະພາວະ​ສົງຄາມ” ກັບ ສ.​ເກົາຫຼີ ​ແລະ ຈະ​ແກ້​ໄຂ​ບັນດາ​ບັນຫາ​ລະຫວ່າງ​ ສປປ.​ເກົາຫຼີ ​ແລະ ສ​​.ເກົາຫຼີ ຕາມ​ເງື່ອນ​ໄຂ​ສະ​​ໄໝສົງຄາມ. ສຳນັກ​ຂ່າວສານ​ສູນ​ກາງ​ສປປ​.​ເກົາຫຼີ (KCNA) ​ໄດ້​ຄັດ​ຄຳ​ເວົ້າ​ລວມຂອງ​ບັນດາ​ອົງການນຳ​ນັກ​ງານ ​ແລະ ລະບອບ​ລັດຖະບານ​ໂດຍ​ຊີ້​ແຈ້ງ​ວ່າ “​ໃນ​ຈຸດ​ເວລາ​ນີ້, ການ​ພົວພັນລະຫວ່າງ​ສປປ.​ເກົາຫຼີ ​ແລະ ສ​​.ເກົາຫຼີ ​ໄດ້​ກ້າວ​ເຂົ້າ​ສູ່​ສະພາວະ​ສົງຄາມ ​ແລະ ທຸກໆ​ບັນຫາ​ລະຫວ່າງ 2 ພາກ​ເກົາ​ຫຼີ ຈະ​ໄດ້​ຮັບ​ການ​ແກ້​ໄຂ​ຕາມ​ຮູບ​ແບບ​ສະ​ໄໝສົງຄາມ. ສະພາບ​ບໍ່​ມີ​ສັນຕິພາບ, ​ແຕ່​ບໍ່​​ເກີດສົງຄາມ​ໄດ້​ແກ່ຍາວ​ໃນ​ແຫຼມ​ເກົາຫຼີ ສຸດ​ທ້າຍກໍ່​ຢຸດຕິລົງ”. ຖະ​ແຫຼ​ງການ​ດັ່ງກ່າວ​ກໍ​​ໄດ້ເຕື່ອນວ່າ​ທຸກໆ​ການ​ກະທຳ​ທີ່​ເກາະ​ຜິດ​ຢູ່​ມໍ່​ກັບ​ເຂດ​ແຊ​ຍ​ແດນ​ທາງ​ບົກ ​ແລະ ທາງ​ທະ​ເລ​ລະຫວ່າງ 2 ພາກ ລ້ວນ​ແຕ່​ພາ​ໄປ​ເຖິງ “ການ​ປະ​ທະ​ກັນ​ຮອບດ້ານ ​ແລະ ສົງຄາມ​ນິວ​ເຄຼຍ”.

        ກອນ​ໜ້າ​ນັ້ນ, ວັນ​ທີ 29/03, ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ລັດ​ເຊຍ Sergey Lavor ​ໄດ​້ສະ​ແດງ​ຄວາມ​ວິຕົກ​ກັງວົນ​ວ່າ ບັນດາ​ການ​ກະທຳ​ດ້ານ​ການ​ທະຫານ “ພຽງຝ່າຍ​ດຽວ” ​ໃນ​ແຫຼມ​ເກົາຫຼີ ພວມ​ເຮັດ​ໃຫ້​​ເພີ່ມ​ຄວາມ​ເຄັ່ງ​ຕຶງ​ເຖິງ​ລະດັບ​ບໍ່​ສາມາດ​ຄວບ​ຄຸມ​ໄດ້ ​ແລະ ຈະ​ພາ​ໄປ​ເຖິງ​​ເພີ່ມ​ທະວີ​ການ​ເຄື່ອນ​ໄຫວ​ດ້ານ​ການ​ທະຫານ. ຄຳ​ກ່າວ​ເຕື່ອນດັ່ງກ່າວ​ຖືກ​ຍົກ​ອອກ​ມາໃນ​ວັນ​ດຽວ​ກັນພາຍຫຼັງ​ການ​ນຳ ສປປ.​ເກົາຫຼີ Kim Jong Un ​ໄດ້​ອອກ​ຄຳ​ສັ່ງ​ໃຫ້​ບັນດາກົມ​ກອງ​ລູກ​ສອນ​ໄຟ​ຍຸດ​ທະ​ສາດ​ຂອງ​ປະ​ເທດ​ນີ້​ກຽມພ້ອມ​ບຸກ​ໂຈມ​ຕີ ​ແນ​ໃສ່​ບັນດາ​ຖານ​ທີ່​ໝັ້ນ​ການ​ທະຫານ​ຂອງ​ອາ​ເມ​ລິ​ກາ ຢູ່​ສ.​ເກົາຫຼີ ​ແລະ ມະຫາ​ສະ​ມຸດ​ປາຊີ​ຝີ​ກ.

ຂ່າວ/ບົດ​ອື່ນ