ສປປ.ເກົາຫຼີຍິງລູກສອນໄຟໄລຍະສັ້ນ16ລູກ

ສປປ.ເກົາຫຼີຍິງລູກສອນໄຟໄລຍະສັ້ນ16ລູກ - ảnh 1
ສປປ ​ເກົາຫຼີ ຍິງ​ທົດ​ລອງ​ລູກ​ສອນ​ໄຟ​ໄລຍະ​ສັ້ນ 16 ລູກ​ຈາກ​ແຄມ​ທະ​ເລ​ທິດຕາ​ເວັນ​ອອກ​ສ່ຽງ​ໃຕ້​ຂອງ​ປະ​ເທດ​ນີ້​ອອກ​ສູ່​ທະ​ເລ
(ພາບ: REUTERS/Lee Jong-kun/Yonhap)

(vovworld) – ​ໂຄສົກ​ກະຊວງ​ປ້ອງ​ກັນ​ປະ​ເທດ ສ. ​ເກົາຫຼີ ​ໃຫ້​ຮູ້​ເມື່ອ​ວັນ​ທີ 23/3 ວ່າ, ສປປ ​ເກົາຫຼີ ຍິງ​ທົດ​ລອງ​ລູກ​ສອນ​ໄຟ​ໄລຍະ​ສັ້ນ 16 ລູກ​ຈາກ​ແຄມ​ທະ​ເລ​ທິດຕາ​ເວັນ​ອອກ​ສ່ຽງ​ໃຕ້​ຂອງ​ປະ​ເທດ​ນີ້​ອອກ​ສູ່​ທະ​ເລ. ນີ້​ແມ່ນ​ວັນ​ທີ 2 ຢ່າງ​ລຽນຕິດທີ່ ສປປ ​ເກົາຫຼີ ຍິງ​ທົດ​ລອງ​ລູກ​ສອນ​ໄຟ​ໄລຍະ​ສັ້ນ. ບັນດາລູກ​ສອນ​ໄຟດັ່ງກ່າວ​ຖືກ​ຍິງ​ໃນ​ເວລາ​ແຕ່ 1 ຫາ 2 ​ໂມງ 30 ນາທີ​ວັນ​ທີ 23/3 (ຕາມ​​ເວລາ​ທ້ອງ​ຖີ່​ນ). ກ່ອນ​ໜ້າ​ນັ້ນ, ກໍ່​ຢູ່​ສະຖານ​ທີ່​ດຽວ​ກັນ, ສປປ ​ເກົາຫຼີ ​ໄດ້​ຍິງ​ທົດ​ລອງ​ລູກ​ສອນ​ໄຟ​ໄລຍະ​ສັ້ນ 30 ລູກ​ໃນ​ວັນ​ທີ 22/3 ພາຍຫຼັງ​ທີ່​ຍິງ 25 ລູກ​ເມື່ອ​ວັນ​ທີ 16/3, ທັງ​ໝົດ​ເຫຼົ່າ​ນັ້ນ​ໄດ້​ຮັບ​ຖື​ວ່າ​ແມ່ນ​ລູກ​ສອນ​ໄຟ Frog.

    ​ພຽງ​ຢາງ ຖະ​ແຫຼ​ງວ່າ ເລື່ອງ ສປປ ​ເກົາຫຼີ ດຳ​ເນີນ​ບັນດາ​ການ​ຍິງ​ທົດ​ລອງລູກ​ສອນ​​ໄຟ​ໄລ​ຍະ​ສັ້ນ​ຢ່າງລຽນຕິດ​ນັ້ນ​ແມ່ນການ​ຝຶກ​ອົບຮົມ​​ເປັນ​ປົກກະຕິ​ຂອງ​ກອງທັບ ສປປ ​ເກົາຫຼີ. ​ເຖິງ​ຢ່າງ​ໃດ​ກໍ່ຕາມ, ການ​ຍິງ​ລູກ​ສອນ​ໄຟ​ຢ່າງ​ຕໍ່​ເນື່ອງ​ໃນ​​ໄລຍະ​ມໍ່ໆ​ນີ້​ຂອງ ສປປ ​ເກົາຫຼີ ​ເຮັດ​ໃຫ້ ​ເຊີ​ອູ​ນ ​ແລະ ວໍ​ຊິງ​ຕັນ ມີ​ຄວາມ​ວິຕົກ​ວັງ​ວົນ ​ແລະ ຖື​ນີ້​ແມ່ນການ​ “ເຄື່ອນ​ໄຫວ​ເກາະ​ຜິດ” ​ເພື່ອ​​ຄັດຄ້ານ​ບັນດາ​ການ​ຊ້ອມ​ຮົບ​ຮ່ວມ​ ສ ​ເກົາຫຼີ ​ແລະ ອາ​ເມ​ລິ​ກາ. ສ ​ເກົາຫຼີ ​ແລະ ອາ​ເມ​ລິ​ກາ ລ້ວນ​ແຕ່​ຮຽກຮ້ອງ ພຽງ​ຢາງ ຢຸດຕິ “ບັນດາ​ການ​ເຄື່ອນ​ໄຫວ​ຍິງລູກ​ສອນ​ໄຟ​ທີ່​ມີ​ລັກສະນະ​​ເກາະ​ຜິດ” ນີ້.

 



ຂ່າວ/ບົດ​ອື່ນ