ສປປເກົາຫລີຮຽກຮ້ອງສເກົາຫລີປັບປຸງການພົວພັນ
ຜູ້ນຳ ສປປ ເກົາຫລີ Kim Jong Un
photo:http:infonet.vn
|
(vovworld)- ວັນທີ 14/1, ສປປ ເກົາຫລີ ໄດ້ຮຽກຮ້ອງ ສເກົາຫລີ ມານະພະຍາຍາມປັບປຸງການພົວພັນລະຫວ່າງ ສປປ ເກົາຫລີ ແລະ ສເກົາຫລີ. ບົດຂຽນລົງພິມໃນຫນັງສຶພິມ Rodong Shinmun, ສປປ ເກົາຫລີ ເນັ້ນຫນັກວ່າ: ການປັບປຸງການພົວພັນລະຫວ່າງ ສປປ ເກົາຫລີ ແລະ ສເກົາຫລີ ມີຄວາມໝາຍສຳຄັນເພື່ອແກ້ໄຂບັນດາບັນຫາໂຮມເປັນເອກະພາບຄືນໃຫມ່. ບົດຫນັງສຶພິມຊີ້ແຈ້ງວ່າ: ໃນບັນດາບັນຫາບຸລິມະສິດໃຫ້ແກ່ການປັບປຸງ, ສເກົາຫລີ ຄວນຢຸດຕິບັນດາການກະທຳທີ່ເປັນປໍລະປັກຕ້ານຄືນ ສປປ ເກົາຫລີ. ສ່ວນ ພຽງຢາງ ກໍມີບັນດາຄວາມມານະພະຍາຍາມຕັ້ງຫນ້າໃນປີ 2014 ເພື່ອຈຸດໝາຍດັ່ງກ່າວ. ຄຳຮຽກຮ້ອງຖືກຍົກອອກ ພາຍຫລັງ 5 ມື້ ພຽງຢາງປະຕິເສດຄຳຮຽກຮ້ອງຂອງ ເຊີອູນ ກ່ຽວກັບການປຶກສາຫາລືກ່ຽວກັບເລື່ອງເຕົ້າໂຮມກັນຂອງບັນດາຄອບຄົວທີ່ພັດພາກຈາກກັນໃນສົງຄາມເກົາຫລີ 1950-1953.