ສື່ມວນຊົນຝລັ່ງຕີລາຄາຫວຽດນາມແມ່ນໜຶ່ງໃນບັນດາພື້ນຖານເສດຖະກິດມີປະສິດທິຜົນທີ່ສຸດໃນພາກພື້ນ

(VOVWORLD) - ວັນທີ 28 ທັນວາ, ແວັບໄຊຂອງວາລະສານ “La tribune” ແລະ “Les Echos Investir” ກ່ຽວກັບເສດຖະກິດຂອງຝລັ່ງ, ໄດ້ຍ້ອງຍໍຫວຽດນາມ ບັນລຸລະດັບເຕີບໂຕເສດຖະກິດສູງສຸດໃນຮອບເວລາ 10 ປີຜ່ານມາ ແລະ ກາຍເປັນໜຶ່ງໃນບັນດາພື້ນຖານເສດຖະກິດບັນລຸປະສິດທິຜົນທີ່ສຸດໃນພາກພື້ນ.
ສື່ມວນຊົນຝລັ່ງຕີລາຄາຫວຽດນາມແມ່ນໜຶ່ງໃນບັນດາພື້ນຖານເສດຖະກິດມີປະສິດທິຜົນທີ່ສຸດໃນພາກພື້ນ - ảnh 1 (ພາບປະກອບ: TTXVN)

ໜັງສືພິມຝລັ່ງ ໃຫ້ຮູ້ວ່າ, ຫວຽດນາມ ບັນລຸໄດ້ລະດັບເຕີບໂຕເສດຖະກິດສູງທີ່ສຸດ, ຂຶ້ນເຖິງ 6,81% ໃນປີ 2017 ແລະ ລື່ນກາຍລະດັບຄາດຄະເນແມ່ນ 6,7%. ບັນດາຂົງເຂດທີ່ປະກອບສ່ວນຢ່າງຕັ້ງໜ້າໃຫ້ແກ່ການເຕີບໂຕດ້ານເສດຖະກິດຂອງຫວຽດນາມ ໃນປີ 2017 ແມ່ນການຜະລິດກະສິກຳ, ການສົ່ງອອກ. ວິວັດທະນາການຫັນເປັນຫຸ້ນສ່ວນ ແລະ ຫັນເປັນພາກເອກະຊົນແມ່ນໜຶ່ງໃນບັນດາປັດໃຈຮັກສາລະດັບເຕີບໂຕສູງຂອງຫວຽດນາມ ໃນຊຸມປີຜ່ານມາ.

        ສື່ມວນຊົນຝລັ່ງ ໄດ້ຄັດສະເໜີຂໍ້ສັງເກດຂອງທະນາຄານໂລກ ໂດຍຖືວ່າ, ຫວຽດນາມ ຄວນມານະພະຍາຍາມເພື່ອຮັກສາທ່າເຕີບໂຕສູງໃນປີ 2018 ແລະ ຄາດຄະເນວ່າ ເສດຖະກິດຫວຽດນາມ ອາດຈະບັນລຸໄດ້ລະດັບເຕີບໂຕ 6,5% ໃນປີ 2018.

ຕອບກັບ

ຂ່າວ/ບົດ​ອື່ນ