ສື່ມວນຊົນແມ່ນອາວຸດແຫຼມຄົມປະກອບສ່ວນສ້າງກຫາງສຽງສັງຄົມປອດໄສ

ສື່ມວນຊົນແມ່ນອາວຸດແຫຼມຄົມປະກອບສ່ວນສ້າງກຫາງສຽງສັງຄົມປອດໄສ - ảnh 1
(ທ່ານເລຂາທິການໃຫຍ່ຫງວຽນຟູ໋ຈ້ອງ: ສື່ມວນຊົນແມ່ນອາວຸດແຫຼມຄົມ
ປະກອບສ່ວນສ້າງກຫາງສຽງສັງຄົມປອດໄສ)


(vovworld) – ​ ກ່າວ​ຄວາມ​ເຫັນ​ທີ່​ກອງ​ປະຊຸມ​ໃຫຍ່​ສະມາຄົມ​ນັກ​ຂ່າວ​ຫວຽດນາມ ຄັ້ງ​ທີ 10, ​ເຊິ່ງດຳ​ເນີນ​ຢູ່​ຮ່າ​ໂນ້ຍ, ​ໃນ​ຕອນ​ເຊົ້າ​ວັນ​ທີ 9/8. ທ່ານ​ເລຂາທິການ​ໃຫຍ່​ ຫງວຽນ​ຟູ໋ຈ້ອງ ຍ້ອງຍໍການ​ປະກອບສ່ວນ​ຢ່າງ​ໃຫຍ່​ຫຼວງ​ຂອງ​ສື່​ມວນ​ຊົນ​ທົ່ວ​ປະ​ເທດ, ກໍ່​ຄື​ຂອງ​ສະມາຄົມ​ນັກ​ຂ່າວ​ຫວຽດນາມ ​ໃນ​ໄລຍະ​ຜ່ານ​ມາ, ທ່ານ​ເລຂາທິການ​ໃຫຍ່​ ຫງວຽນ​ຟູ໋ຈ້ອງ ຮຽກຮ້ອງ​ວ່າ, ​ໃນ​ສະພາບ​ການ​ໃໝ່, ສື່​ມວນ​ຊົນ​ຕ້ອງ​ເສີມ​ຂະຫຍາຍ​ມູນ​ເຊື້ອ, ​ແກ້​ໄຂ​ສິ່ງ​ທີ່​ຈຳກັດ ​ເພື່ອ​ປະຕິບັດ​ສຳ​ເລັດ​ໜ້າ​ທີ່​ການ​ເມືອງ​ຂອງ​ຕົນ, ກາຍ​ເປັນ​ຂົວ​ຕໍ່​ລະຫວ່າງ​ພັກ, ລັດ ​ແລະ ປະຊາຊົນ​ຢ່າງ​ແທ້​ຈິງ. ກ່ຽວ​ກັບ​ການ​ເຄື່ອນ​ໄຫວ​ຂອງ​ສະມາຄົມ​ນັກ​ຂ່າວ​ຫວຽດນາມ ​ໃນ​ໄລຍະ​ຈະ​ມາ​ເຖິງ, ທ່ານ​ເລຂາທິການ​ໃຫຍ່​ຫງວຽນ​ຟູ໋ຈ້ອງ ສະ​ເໜີ​ວ່າ:

        “ສະມາຄົມ​ນັກ​ຂ່າວ​ທຸກ​ຂັ້ນ​ຕ້ອງ​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ເຖິງ​ໜ້າ​ທີ່​ສາມັກຄີ, ​ເຕົ້າ​ໂຮມ​ສະມາຊິກ​ສະມາຄົມ, ຍູ້​ແຮງ​ການ​ຮຳ່ຮຽນ ​ແລະ ປະຕິບັດ​ຕາມ​ແບບຢ່າງ​ຄຸນສົມບັດ​ປະທານ ​ໂຮ່ຈີ​ມິນ, ດ້ວຍ​ການ​ປະຕິບັດ​ຂໍ້​ກຳນົດ, ຄຸນສົມບັດ​ຂອງ​ນັກ​ຂ່າວ​ຫວຽດນາມ ​ເພື່ອ​ກໍ່ສ້າງ​ຖັນ​ແຖວ​ນັກ​ຂ່າວ​​ໃຫ້​ມີ​ຈັນ​ຍາ​ບັນ​ອາຊີບ​ຢ່າງ​ປອດ​ໄສ, ມີ​ລະດັບ​ວິຊາ​ສະ​ເພາະ​ສູງ, ມີ​ຫົວຄິດ​ປະດິດ​ສ້າງ, ມີ​ບັນດາ​ບົດ​ປະພັນ​ສື່​ມວນ​ຊົນ​ທີ່​ມີ​ຄຸນຄ່າ​ດ້ານ​ເນື້ອ​ໃນ, ​ແນວ​ຄິດ ​ແລະ ມີວິທີ​ສະ​ແດງ​ຢ່າງ​ອຸດົມ​ສົມ​ບຸນ, ສ້າງ​ຄວາມ​ດຶງ​ດູດ. ສົມທົບ​ກັນ​ຢ່າງ​ແໜ້ນ​ແຟ້ນກັບ​ບັນດາ​ຄະນະ, ຂະ​ແໜງ​ການ​ທີ່​ກ່ຽວຂ້ອງ, ອົງການ​ສື່​ມວນ​ຊົນ, ຮາກ​ຖານ​ບຳລຸງ​ສ້າງ ​ເພື່ອ​ຍົກ​ສູງ​ບົດບາດ, ທີ່​ຕັ້ງ, ຄຸນ​ນະພາ​ບ, ປະສິດທິ​ຜົນ​ການ​ເຄື່ອນ​ໄຫວ​ຂອງ​ສະມາຄົມ“.

        ກອງ​ປະຊຸມ​ໃຫຍ່​ໄດ້​ສະ​ເໜີ ​ແລະ ​ເລືອກ​ຕັ້ງ​ຄະນະ​ບໍລິຫານ​ງານ​ສະມາຄົມ​ນັກ​ຂ່າວ​ຫວຽດນາມ. ນັກ​ຂ່າວ ທ້ວນຫື້​ວ, ບັນນາທິການ​ໃຫຍ່​ໜັງສືພິມ​ປະຊາຊົນ, ປະທານ​ສະມາຄົມ​ນັກ​ຂ່າວ​ຫວຽດນາມ ຊຸດ​ທີ 9 ສືບ​ຕໍ່​ໄດ້​ຮັບ​ເລືອກ​ຕັ້ງ​ເປັນ​ປະທານ​ສະມາຄົມ​ນັກ​ຂ່າວ​ຫວຽດນາມ ຊຸດ​ທີ 10.

ຂ່າວ/ບົດ​ອື່ນ