ສີລັງກາແລະປາກິດສະຖານລົງນາມໃນບົດບັນທຶກຊ່ວຍຈຳກ່ຽວກັບການຮ່ວມມື2ຝ່າຍ8ສະບັບ
(ພາບປະກອບຈາກອີນເຕີແນັດ)
(vovworld) – ການພົວພັນທາງການທູດທີ່ມີມາແຕ່ດົນນານລະຫວ່າງສີລັງກາ ແລະ ປາກິດສະຖານ ສືບຕໍ່ໄດ້ຮັບການປັບປຸງ ດ້ວຍເລື່ອງ 2 ປະເທດໄດ້ລົງນາມໃນບົດບັນທຶກຊ່ວຍຈຳ (MoU) 8 ສະບັບ ກ່ຽວກັບການຮ່ວມມືໃນຫຼາຍຂົງເຂດ ໃນວັນທີ 05/01. ບັນດາເອກະສານດັ່ງກ່າວໄດ້ຮັບການລົງນາມ ເນື່ອງໃນໂອກາດການຢ້ຽມຢາມສີລັງກາ ຂອງປະທານາທິບໍດີປາກິດສະຖານ Nawaz Sharif. ບັນດາເອກະສານ MoU ແລະ ຂໍ້ຕົກລົງຮ່ວມມືໃນບັນດາຂົງເຂດ ສາທາລະນະສຸກ, ການສຶກສາ, ການຄ້າ, ວິທະຍາສາດ ແລະ ເຕັກໂນໂລຊີ, ການທ່ອງທ່ຽວ, ຫີນປະເສີດ ແລະ ເຄື່ອງເອ້ຍ້ອງ ເຊິ່ງໄດ້ລົງນາມໃນບັນດາການເຈລະຈາຂັ້ນຄະນະຜູ້ແທນ ພາຍໃຕ້ການເປັນສັກຂີພິຍານຂອງປະທານາທິບໍດີ ສີລັງກາ, ນາຍົກລັດຖະມົນຕີສີລັງກາ ແລະ ນາຍົກລັດຖະມົນຕີປາກິດສະຖານ. ກ່າວຄຳເຫັນທີ່ການປະຊຸມຂ່າວຮ່ວມ, ທ່ານນາຍົກລັດຖະມົນຕີປາກິດສະຖານ Shrif ເນັ້ນໜັກວ່າ, ການຢ້ຽມຢາມສີລັງກາ ຂອງທ່ານ “ແມ່ນພະຍານຫຼັກຖານຊີ້ໃຫ້ເຫັນການພົວພັນມິດຕະພາບທີ່ໝັ້ນຄົງລະຫວ່າງ 2 ປະເທດ”. ສ່ວນທ່ານປະທານາທິບໍດີສີລັງກາ Sirisena ໄດ້ຕີລາຄາສູງການຮ່ວມມືລະຫວ່າງ 2 ປະເທດໃນຫຼາຍຂົງເຂດ, ພ້ອມທັງປາດຖະໜາວ່າ ການພົວພັນລະຫວ່າງ Islamabad ແລະ Colombo ຈະໄດ້ຮັບການປັບປຸ່ງ ແລະ ຊຸກຍູ້ໃນໄລຍະຈະມາເຖິງ.