ສອງປະເທດຕັດສິນໃຈເພີ່ມທະວີ ແລະ ພັດທະນາສາຍພົວພັນຮ່ວມມືໄລຍະທີ່ຈະມາເຖິງ

                                           ສອງປະເທດຕັດສິນໃຈເພີ່ມທະວີ ແລະ ພັດທະນາສາຍພົວພັນຮ່ວມມືໄລຍະທີ່ຈະມາເຖິງ - ảnh 1
                                                    (ພາບ : Chinhphu.vn)
ວັນ​ທີ 23 ພະຈິກ, ຢູ່​ສຳນັກງານ​ປະທານ​ປະ​ເທດ, ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ​ໄດ້​ມີ​ການ​ເຈລະຈາ​ກັບ​ທ່ານປະທານາທິບໍດີ​​ລັດ ອິດສະ​ຮາ​ແອນ Shimon Peres ທີ່​ພວມ​ຢູ່​ຢ້ຽມຢາມ​ຫວຽດນາມ​ຢ່າງເປັນ​ທາງ​ການ. ​ໃນ​ການ​ເຈລະຈາ, ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ​ໄດ້​ແຈງ​ໃຫ້​ຊາບ​ແກ່​ທ່ານ​ປະທານາທິບໍດີ Shimon Peres ຊາບກ່ຽວ​ກັບບັນດາ​ພົນ​ງານ​ດີ​ເດັ່ນ​ໃນ​ກິດຈະ​ການ​ປ່ຽນ​ແປງ​ໃໝ່​ຂອງ ຫວຽດນາມ ​ໃນ​ໄລຍະ​ທີ​ຜ່ານ​ມາ ​ແລະ ຢືນຢັນ​ນະ​ໂຍບາຍ​ການ​ຕ່າງປະ​ເທດ​​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ​ຂອງ ຫວຽດນາມ ​​ແມ່ນໄດ້​ພ້ອມ​ແລ້ວ​ທີ່​ຈະເປັນ​ເພື່ອນມິດ​, ​ເປັນ​ຄູ່​ຮ່ວມ​ມື​ທີ່​ໄວ​ເນື້ອ​ເຊື່ອ​ໃຈ​ຂອງ​ບັນດາ​ປະ​ເທດ​ໃນ​ວົງ​ຄະນະ​ຍາດ​ສາກົນ, ສູ້​ຊົນ​ເພື່ອ​ສັນຕິພາບ, ​ເອກະລາດ ​ແລະ ການພັດທະນາ. ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ​ແລະ ທ່ານ​ປະທານາທິບໍດີ Shimon Peres​ໄດ້​ສະ​ແດງ​ຄວາມພຶງ​ພໍ​ໃຈຕໍ່​ການ​ພັດທະນາ​ທີ່​ໜ້າ​ສົ່ງ​ເສີມຂອງ​ການ​ພົວພັນ​ຮ່ວມ​ມື​ຫຼາຍ​ດ້ານ​ລະຫວ່າງ 2 ປະ​ເທດ​ໃນ​ໄລຍະ​ຜ່ານ​ມາ, ຢືນຢັນ​ຄວາມ​ຕັດສິນ​ໃຈ​ເພີ່ມ​ທະວີ ​ແລະ ພັດທະນາ​ສາຍ​ພົວພັນ​ຮ່ວມ​ມື​ນີ້​ໃນ​ໄລຍະ​ທີ່​ຈະ​ມາ​ເຖິງ​ຫຼາຍ​ກວ່າ​ອີກ, ພິ​ເສດ​ແມ່ນ​ໃນ​ຂົງ​ເຂດ​ວິທະຍາ​ສາດ - ​ເຕັກ​ໂລ​ໂນ​ຊີ, ກະສິກຳ, ການ​ຄ້າ, ການ​ລົງທຶນ ​ແລະ ການທ່ອງທ່ຽວ. 2 ຝ່າຍ​ກໍ່​ແລກປ່ຽນ​​ຄວາມ​ເຫັນ​ກ່ຽວ​ກັບ​ບັນດາ​ບັນຫາ​ພາຍ​ໃນ​ພາກ​ພື້ນ ​ແລະ ສາກົນ ທີ່​ຕ່າງ​ຝ່າຍ​ຕ່າງ​ມີ​ຄວາມ​ເອົາ​ໃຈ​ໃສ່ ​ແລະ ສະ​ແດງ​ຄວາມ​ປາດ​ຖະໜາ​ຢາກເພີ່ມ​ທະວີ​ການ​ແລ​ກປ່ຽນ​ຂໍ້​ມູນ​ຂ່າວ, ປະ​ກອບ​ສ່ວນ​ເຂົ້າ​ໃນ​ບັນດາ​ຄວາມ​ມານະ​ພະຍາຍາມ​ລວມ​ເພື່ອ​ຈຸດໝາຍ​ສັນຕິພາບ, ສະຖຽນ​ລະ​ພາບ, ການ​ຮ່ວມ​ມື ​ແລະ ພັດທະນາ​ຢ່າງ​ຕັ້ງໜ້າ.

ຂ່າວ/ບົດ​ອື່ນ