ສະພາຄວາມໝັ້ນຄົງ ສປຊ
ພາບປະກອບ: Internet
|
(vovworld) - ວັນທີ 4/4 ຖະແຫລງການຂອງສະພາຄວາມໝັ້ນຄົງ ສະຫະປະຊາຊາດ (ສປຊ) ໂດຍອາເມລິກາຮຽບຮຽງ ໄດ້ເປັນການເພີ່ມກຳລັງດັນຕໍ່ ຊີຣີ ດ້ວຍເລື່ອງຮຽກຮ້ອງໃຫ້ປະເທດນີ້ ຕ້ອງປະຕິບັດຢຸດຕິບັນດາການໃຊ້ຄວາມຮຸນແຮງ ແລະ ຖອນທະຫານອອກຈາກນະຄອນທີ່ມີພົນລະເມືອງຄັບຄາຫນາແຫນ້ນໃນວັນທີ 10/4 ນີ້. ຕາມບັນດານັກການທູດ ສປຊ ແລ້ວ, ຖະແຫລງການນີ້ ຈະໄດ້ຮັບການຮັບຮອງເອົາຈາກສະພາຄວາມໝັ້ນຄົງ ສປຊ ໃນວັນທີ 5/4. ສະພາຄວາມໝັ້ນຄົງ ສປຊ ກໍຮຽກຮ້ອງໃຫ້ລັດຖະບານ ຊີຣີ ຈົ່ງຜັນຂະຫຍາຍພົນທະຫານໄປຍັງໃຈກາງເຂດຊຸມຊົນຢ່າງເປັນທາງການ, ຢຸດຕິການນຳໃຊ້ອາວຸດຫນັກ. ສະພາຄວາມໝັ້ນຄົງ ສປຊ ຮຽກຮ້ອງໃຫ້ບັນດາຝ່າຍ, ໃນນັ້ນ ມີກຳລັງຝ່າຍຄ້ານ, ຢຸດຕິບັນດາກໍລະນີໃຊ້ອາວຸດໃນຮອບເວລາ 48 ຊົ່ວໂມງ ເພື່ອໃຫ້ລັດຖະບານ ຊີຣີ ປະຕິບັດບັນດາມາດຕະການດັ່ງກ່າວ.
Minh Hien ນັກຂ່າວ VOV ປະຈຳອາເມລິກາ