ສະພາຄວາມໝັ້ນຄົງ ສປຊ ຮຽກໂຮມປະຊຸມດ່ວນພາຍຫຼັງເຫດຍິງທົດລອງລູກສອນໄຟຂອງ ສປປ ເກົາຫຼີ
(VOVWORLD) - ການປະຊຸມໄດ້ຮັບການຈັດຕັ້ງຕາມຄຳຮຽກຮ້ອງຂອງບັນດາປະເທດ ອາເມລິກາ, ຍີ່ປຸ່ນ ແລະ ສ ເກົາຫຼີ ຈະຈັດຂຶ້ນໃນວັນທີ 23 ພຶດສະພາ.
(ພາບປະກອບຈາກ YONHAP/ TTXVN) |
ສະພາຄວາມໝັ້ນຄົງ ສປຊ ຈະດຳເນີນການປະຊຸມດ່ວນເພື່ອປຶກສາຫາລືກ່ຽວກັບການຍິງທົດລອງນິວເຄຼຍຄັ້ງຫຼ້າສຸດຂອງ ສປປ ເກົາຫຼີ. ແຜນການດັ່ງກ່າວໂດຍ Uruquay, ເຊິ່ງແມ່ນປະເທດປະທານໝູນວຽນຂອງສະພາຄວາມໝັ້ນຄົງ ສປຊ ໃນປະຈຸບັນ, ລາຍງານທາງການໃນວັນທີ 21 ພຶດສະພາ. ຕາມນັ້ນແລ້ວ, ການປະຊຸມໄດ້ຮັບການຈັດຕັ້ງຕາມຄຳຮຽກຮ້ອງຂອງບັນດາປະເທດ ອາເມລິກາ, ຍີ່ປຸ່ນ ແລະ ສ ເກົາຫຼີ ຈະຈັດຂຶ້ນໃນວັນທີ 23 ພຶດສະພາ. ຄວາມເຄັ່ງຕຶງໃນແຫຼມ ເກົາຫຼີ ໄດ້ເພີ່ມຂຶ້ນໃນສະພາບການ ສປປ ເກົາຫຼີ ດຳເນີນບັນດາເຫດຍິງທົດລອງນິວເຄຼຍກໍ່ຄືບັນດາຄວາມວິຕົກວັງວົນຕໍ່ເລື່ອງປະເທດນີ້ອາດສາມາດຈະດຳເນີນການທົດລອງນິວເຄຼຍຄັ້ງທີ 6 ໃນໄລຍະຈະມາເຖິງ.