ສະພາຄວາມໝັ້ນຄົງ ສະແດງຄວາມວິຕົກກັງວົນເປັນພິເສດກ່ຽວກັບການຜັນແປທີ່ນັບມື້ນັບສັບສົນຂອງໂລກລະບາດໂຄວິດ-19 ຢູ່ ຊີຣີ
(VOVWORLD) -ໃນວັນທີ 16 ກັນຍາ ສະພາຄວາມໝັ້ນຄົງສະຫະປະຊາຊາດ ໄດ້ດຳເນີນວາລະປະຊຸມປະຈຳໄລຍະຜ່ານທາງອອນລາຍກ່ຽວກັບສະພາບການມະນຸດສະທຳຢູ່ ຊີຣີ.
ວາລະປະຊຸມປະຈຳໄລຍະຜ່ານທາງອອນລາຍກ່ຽວກັບສະພາບການມະນຸດສະທຳຢູ່ ຊີຣີ (ພາບ: VOV) |
ແບ່ງປັນຄວາມສົນໃຈຂອງບັນດາສະມາຊິກສະພາຄວາມໝັ້ນຄົງ ກ່ຽວກັບສະພາບການມະນຸດສະທຳຢູ່ ຊີຮີ, ທ່ານ ຟ້າມຫ໋າຍແອັງ ເອກອັກຄະລັດຖະທູດ, ຮອງຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳສະຫະປະຊາຊາດ ໄດ້ສະແດງຄວາມວິຕົກກັງວົນກ່ຽວກັບສະພາບການມະນຸດສະທຳຢູ່ ຊີຣີ ທີ່ບໍ່ມີສັນຍານດີຂຶ້ນ, ພິເສດພ້ອມກັບຜົນກະທົບນັບມື້ນັບຮ້າຍແຮງຂອງໂລກລະບາດໂຄວິດ-19 ຢູ່ ຊີຣີ. ທ່ານ ຟ້າມຫ໋າຍແອັງ ໄດ້ເນັ້ນໜັກເຖິງການ ຮັບປະກັນການສຳຜັດມະນຸດສະທຳຢ່າງຄົບຖ້ວນ, ຕໍ່ເນື່ອງ ແລະ ບໍ່ຖືກກີດຂວາງເຖິງທຸກເຂດພາກ ຊີຣີ; ຮຽກຮ້ອງໃຫ້ບັນດາຝ່າຍຮັບປະກັນຄວາມສະຫງົບປອດໄພ ແລະ ເພີ່ມທະວີການຮ່ວມມືເພື່ອໜູນຊ່ວຍການຂົນສົ່ງສິນຄ້າມະນຸດສະທຳ. ທ່ານ ຟ້າມຫ໋າຍແອັງ ກໍ່ຮຽກຮ້ອງໃຫ້ປະຊາຄົມສາກົນເພີ່ມທະວີການໜູນຊ່ວຍໃຫ້ແກ່ ຊີຣີ, ສຸມໃສ່ໃຫ້ໄລຍະປະຈຸບັນແມ່ນການຮັບມືກັບໂລກລະບາດໂຄວິດ-19 ແນໃສ່ຈຳກັດບັນດາຜົນກະທົບບໍ່ດີຕໍ່ສະພາບການມະນຸດສະທຳທີ່ຮ້າຍແຮງທີ່ສຸດຢູ່ ຊີຣີ.
ຟ້າມຮວັນ, ນັກຂ່າວ VOV ປະຈຳ ອາເມລິກາ