ສະພາຄວາມໝັ້ນຄົງສປຊ ປຶກສາຫາລືກ່ຽວກັບສະພາບອາດຊະຍາກຳໃນໂລກ

ສະພາຄວາມໝັ້ນຄົງສປຊ ປຶກສາຫາລືກ່ຽວກັບສະພາບອາດຊະຍາກຳໃນໂລກ - ảnh 1
(ພາບປະກອບ: TTXVN)

(vovworld) – ວັນ​ທີ 25/02, ຢູ່​ນິວຢອກ, ປະ​ເທດ​ອາ​ເມ​ລິ​ກາ, ສະພາ​ຄວາມ​ໝັ້ນຄົງ​ສະຫະ​ປະຊາ​ຊາດ ຊຸດ​ທີ 69 ​ໄດ້​ຈັດ​ກອງ​ປະຊຸມ​ຄົບ​ຄະນະ ​ເພື່ອ​ປຶກສາ​ຫາລື​ບັນດາ​ມາດ​ຕະການ​ສະ​ກັດ​ກັ້ນ​ສະພາບ​ອາດຊະຍາ​ກຳ ​ແລະ ການ​ໃຊ້​ຄວາມ​ຮຸນ​ແຮງ, ຮັບ​ໃຊ້​ວິວັດທະນາ​ການພັດທະນາ​ໃນ​ທົ່ວ​ໂລກ. ກ່າວ​ຄຳ​ເຫັນ​ຕໍ່ໜ້າ​ບັນດາ​ເອກ​ອັກຄະ​ລັດຖະທູດ ​ແລະ ຜູ້​ຕາງ​ໜ້າ 193 ປະ​ເທດ​ສະມາຊິກ, ທ່ານ Yury Fedotov, ຫົວໜ້າ​ຝ່າຍບໍລິຫານ​ອົງການ​ປ້ອງ​ກັນ​ຕ້ານ​ຢາ​​ເສບ​ຕິດ ​ແລະ ອາດຊະຍາ​ກຳ (UNODC)​​ ໃຫ້​ຮູ້​ວ່າ,  ​ເພື່ອ​ປະກອບສ່ວນ​ຫຼຸດຜ່ອນ​ສະພາບ​ອາດຊະຍາ​ກຳ, UNODC ​ສະ​ເໜີ​ບັນດາ​ແຜນການ​ເຄື່ອນ​ໄຫວ​ຢ່າງ​ລະອຽດ, ​ໃນ​ນັ້ນ​ເອົາ​ໃຈ​ໃສ່​ເຖິງ​ການ​ຍົກ​ສູງ​ສຸຂະພາບ​ໃຫ້​ມະນຸດ, ຮັບປະກັນ​ຄວາມ​ຍຸຕິ​ທຳ ​ແລະ ຄວາມ​ປອດ​ໄພ​ໃຫ້​ທຸກ​ສັງຄົມ, ຕິດ​ພັນ​ກັບ​ການ​ຫຼຸດຜ່ອນ​ສະພາບ​ອາດຊະຍາ​ກຳ, ຕໍ່ສູ້, ຕ້ານ​ຢາ​ເສບ​ຕິດ, ກໍ່​ການ​ຮ້າຍ​ໃນ​ທົ່ວ​ໂລກ…

ຂ່າວ/ບົດ​ອື່ນ