ສະພາຄວາມໝັ້ນຄົງສະຫະປະຊາຊາດຈັດກອງປະຊຸມດ່ວນກ່ຽວກັບຊີຣີ
(VOVWORLD) -ໃນວັນທີ 07 ມີນາ, ສະພາຄວາມໝັ້ນຄົງສະຫະປະຊາຊາດ ໄດ້ຈັດກອງປະຊຸມດ່ວນ ປຶກສາຫາລືກ່ຽວກັບການປະລາໄຊຂອງຄຳສັ່ງຢຸດຍິງໃນຮອບເວລາ 30 ວັນຢູ່ຊີຣີ.
(ພາບປະກອບ: AFP/TTXVN)
|
ກອງປະຊຸມໂດຍອັງກິດ ແລະ ຝລັ່ງ ສະເໜີດັ່ງກ່າວຈະຖືກດຳເນີນໃນຫ້ອງປະຊຸມລັບ ໃນເວລາ 22 ໂມງ ວັນທີ 07 ມີນາ (ຕາມເວລາຮ່າໂນ້ຍ), ໃນສະພາບການທີ່ບັນດາການບຸກໂຈມຕີທາງອາກາດ ແລະ ການປະທະກັນຍັງສືບຕໍ່ເກີດຂຶ້ນຢູ່ເຂດ Ghouta ຕາເວັນອອກ, ຢູ່ຊານນະຄອນຫຼວງ Damascus ຂອງ ຊີຣີ.
ກ່ອນໜ້ານັ້ນ, ວັນທີ 24 ກຸມພາ, ສະພາຄວາມໝັ້ນຄົງສະຫະປະຊາຊາດ ໄດ້ຮັບຮອງເອົາມະຕິເລກທີ 2401 ເຊິ່ງຮຽກຮ້ອງໃຫ້ຢຸດຕິບັນດາການກະທຳເຊິ່ງເປັນປໍລະປັກໃນທົ່ວຊີຣີ ໃນຮອບເວລາ 30 ວັນໂດຍທັນທີ ເພື່ອອະນຸຍາດໃຫ້ບັນດາການເຄື່ອນໄຫວຂົນສົ່ງຊ່ວຍເຫຼືອຢ່າງປອດໄພ ແລະ ສະໝ່ຳສະເໝີ ພ້ອມທັງຍົກຍ້າຍຄົນເຈັບ ຫຼື ຖືກຮັບບາດເຈັບອອກຈາກເຂດ Ghouta ຕາເວັນອອກຂອງຊີຣີ.